• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນຢືນຢັນຄືນມາດຕະການແກ້ໄຂບັນຫາທະເລຕາເວັນອອກໂດຍສັນຕິວິທີ

(ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Razak)
          ວັນ​ທີ 17/02, ສຳນັກ​ຂ່າວສານ Bernama ຂອງ ມາ​ເລ​ເຊຍ ​ໃຫ້ຂ່າວ​ ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Razak ​ໃຫ້​ຮູ້​ວ່າ: ບັນດາ​ການ​ນຳ ອາ​ຊຽນ ຢືນຢັນຄືນຫຼັກ​ໝັ້ນ​ກ່ຽວ​ກັບ​ຄວາມ​ຫວັງ​ມີ​ມາດ​ຕະການ​​ແກ້​ໄຂ​ໂດຍສັນຕິພາບ​ ​ໃຫ້​​ແກ່​ການຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ບັນຫາ​ນີ້ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລ​ະ ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລປີ 1982 (UNCLOS). ວັນ​ທີ 16/02 ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ມາ​ເລ​ເຊຍ ທ່ານ​ນາຍົກລັດຖະມົນຕີ Najib Razak ຖື​ວ່າ: ບັນດາ​ຝ່າຍ​ທັງ​ໝົດ​ຕ້ອງລະງັບ​ໃຈ, ຫລີກ​ລ້ຽງ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​​ເພີ່ມ​ທະວີ​ຂຶ້ນ, ບໍ່​ຄວນມີ​ການ​ກະທຳ​ນາບ​ຂູ່​ກັນ, ​ເຄົາລົບ​ຖະ​ແຫຼ​ງການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຊຶ່ງ​ອາ​ຊຽນ ​ແລະ ຈີນ ​ໄດ້ລົງ​ນາມ​ໃນ​ປີ 2002, ​ອັນ​ໄດ້ເປີດຊ່ອງ​ທາງ​​ສ​້າງປະມວນ​ຂໍ້​ກຳນົດການ​ປະພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top