• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມຊຸດທີ 14

      ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີຕໍ່ຄວາມຈໍາເປັນຕ້ອງປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍການກໍ່ສ້າງຕາມໃບສະເໜີຂອງລັດຖະບານ.
            ໃນສູນທອນພົດກ່າວອັດກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມຊຸດທີ 14, ຕອນບ່າຍວັນທີ 27 ພະຈິກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ : ພາຍຫຼັງດຳເນີນມາເປັນເວລາ 28 ວັນ, ສະພາແຫ່ງຊາດຫວຽດນາມໄດ້ສຳເລັດໂຄງການເຄື່ອນໄຫວທີ່ໄດ້ວາງອອກ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢືນຢັນວ່າ : ໃນ ກອງປະຊຸມສະໄໝສາມັນເທື່ອທີ 8,  ສະພາແຫ່ງຊາດຫວຽດນາມຊຸດທີ 14 ໄດ້ສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລືກ່ຽວກັບໝາກຜົນແຫ່ງການປະຕິບັດແຜນພັດທະນາເສດຖະກິດສັງຄົມປີ 2019, ທິດທາງໜ້າທີ່ປີ 2020 ແລະ ນຳສະເໜີຫຼາຍມາດຕະການທີ່ແທດຈິງເພື່ອປະຕິບັດ ແຜນພັດທະນາເສດຖະກິດສັງຄົມປີ 2020 ຢ່າງສຳເລັດຜົນ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວວ່າ :
    ປີ 2020 ແມ່ນປີສຸດທ້າຍໃນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ. ຍຸດທະສາດ ພັດທະນາເສດຖະກິດສັງຄົມໄລຍະ 2011-2020 ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີ 2016-2020, ພ້ອມທັງຈະກໍ່ສ້າງ ແຜນພັດທະນາເສດຖະກິດສັງຄົມໄລຍະ 5 ປີຕໍ່ໄປ. ນີ້ກໍແມ່ນປີທີ່ມີຫຼາຍເຫດການການເມືອງ, ການທູດທີ່ສຳຄັນ ແລະ ກໍແມ່ນປີທີ່ຫວຽດນາມແບກຫາບພາລະບົດບາດເປັນປະທານອາຊຽນ ແລະ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ, ປະທານ ໄອປາ ຄັ້ງທີ 41… ເພາະສະນັ້ນ, ຕ້ອງມີການເຂົ້າຮ່ວມຂອງທັງລະບົບການເມືອງ ແລະ ການຮ່ວມແຮງຮ່ວມໃຈຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຈຶ່ງສາມາດຮັບປະກັນຄວາມສຳເລັດບັນດາໜ້າທີ່ວຽກງານ ແລະ ຄວາມຮຽກຮ້ອງຕ້ອງການໃນປີ 2020”

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ວາລະອັດກອງປະຊຸມ (ພາບ: quochoi.vn)
      ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 27 ພະຈິກ, ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການກໍ່ສ້າງຢູ່ຫໍປະຊຸມ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີຕໍ່ຄວາມຈໍາເປັນຕ້ອງປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍການກໍ່ສ້າງຕາມໃບສະເໜີຂອງລັດຖະບານ ແລະ ຖືວ່າ ເລື່ອງປະກາດກົດໝາຍດັ່ງກ່າວ ຈະຊ່ວຍປະກອບສ່ວນແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການເຄື່ອນໄຫວລົງທຶນກໍ່ສ້າງ,  ສ້າງສໍາເລັດສະພາບແວດລ້ອມແຫ່ງການແກ້ງແຍ້ງ ປອດໃສ ແລະ ສະເໝີພາບ; ເພີ່ມປະສິດທິຜົນການລົງທຶນ, ແກ້ໄຂສະພາບການຮົ່ວໄຫຼ, ສິ້ນເປືອງຟຸມເຟືອຍ. ສະມາຊິກສະພາແຫ່ງຊາດບາງທ່ານ ສະເໜີເພີ່ມເຕີມເລື່ອງນໍາໃຊ້ ແລະ ມີນະໂຍບາຍບຸລິມະສິດແກ່ແຫຼ່ງກໍາລັງໝູນໃຊ້ວິທະຍາສາດເຕັກໂນໂລຢີໃນການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍໃນການກໍ່ສ້າງຕົວເມືອງ.
        ສ່ວນຕອນບ່າຍຂອງວັນດຽວກັນ, ສະພາແຫ່ງຊາດຫວຽດນາມ ໄດ້ຈັດວາລະອັດກອງປະຊຸມ; ລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍວຽກງານປ້ອງກັນ, ຕ້ານອາດຊະຍາກໍາ ແລະ ລະເມີດກົດໝາຍ, ວຽກງານຂອງອົງການໄອຍະການປະຊາຊົນ, ຂອງສານປະຊາຊົນ ແລະ ວຽກງານປະຕິບັດຄໍາຕັດສິນຂອງສານ; ລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍການທົດລອງຈັດຕັ້ງຮູບແບບອໍານາດການປົກຄອງຕົວເມືອງ ຢູ່ນະຄອນຮ່າໂນ້ຍ; ລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍການໃຫ້ສັດຕະຍາບັນ ສົນທິສັນຍາເພີ່ມເຕີມ ສົນທິສັນຍາກໍານົດເສັ້ນຊາຍແດນແຫ່ງຊາດ; ອະນຸສັນຍາ ຂີດເສັ້ນປັກຫຼັກໝາຍຊາຍແດນລະຫວ່່າງຫວຽດນາມ ແລະ ກໍາປູເຈຍ, ພ້ອມດ້ວຍມະຕິບາງສະບັບອື່ນໆອີກດ້ວຍ. 
 (ແຫຼ່ງຄັດຈາກ VOV)
 

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top