• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມສະພາແຫ່ງຊາດ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ

ກອງປະຊຸມ ຢັ້ງຢືນວ່າ ບັນດາສະມາຊິກລັດຖະສະພາສະມາຊິກສວມບົດບາດສໍາຄັນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ໂດຍສະເພາະແມ່ນເປ້ົາໝາຍທີ່ກ່ຽວຂ້ອງເຖິງການລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ... 

ທ່ານນາງ ຕ່ອງທິຟ໊ອງ ພ້ອມດ້ວຍບັນດາຜູ້ແທນ ທີ່ວາລະອັດກອງປະຊຸມ (ພາບ: qdnd.vn) 

ພາຍຫຼັງການເຮັດວຽກມາເປັນເວລາ 02 ວັນ, ກອງປະຊຸມສະພາແຫ່ງຊາດ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ ໄດ້ອັດລົງໃນຕອນບ່າຍວັນທີ 18 ທັນວາ, ຢູ່ດ່າໜັງ. ກອງປະຊຸມ ຢັ້ງຢືນວ່າ ບັນດາສະມາຊິກລັດຖະສະພາສະມາຊິກສວມບົດບາດສໍາຄັນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ໂດຍສະເພາະແມ່ນເປ້ົາໝາຍທີ່ກ່ຽວຂ້ອງເຖິງການລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ການຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມ... ກ່າວຄໍາເຫັນອັດກອງປະຊຸມ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ຢັ້ງຢືນວ່າ:

        “ກອງປະຊຸມຄັ້ງນີ້ ແມ່ນໂອກາດສໍາຄັນເພື່ອໃຫ້ສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດ, ບັນດາຜູ້ຕາງໜ້າໃຫ້ສະພາປະຊາຊົນ ສືບຕໍ່່ ສ້າງແຜນການເຄື່ອນໄຫວ ເພື່ອແນໃສ່່ເຂົ້າຮ່ວມການຊຸກຍູ້ປະຕິບັດບັນດາເປົ້າໝາຍສະຫັດສະວັດລະດັບຊາດໃຫ້ເລິກເຊິ່ງກວ່າອີກ, ເໝາະສົມກັບບັນດາບຸລິມະສິດ, ຄວາມຮຽກຮ້ອງຕ້ອງການ ແລະ ສະພາບການພັດທະນາຂອງແຕ່ລະທ້ອງຖ່ິນ. ຂ້າພະເຈົ້າເຊື່ອໝັ້ນວ່າ ຜົນງານທີ່ກອງປະຊຸມບັນລຸໄດ້ໃນຄັ້ງນີ້ ແມ່ນບັນດາເອກະສານສໍາຄັນ, ບົດຮຽນອັນລໍ້າຄ່າ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າສະພາປະຊາຊົນ ນໍາໃຊ້ເຂົ້າໃນວິວັດການວາງແຜນ, ກໍານົດນະໂຍບາຍ ເພື່ອບັນດາເປົ້າໝາຍພັດທະນາແບບຍືນຍົງຢູ່ຫວຽດນາມ”.

        ທ່ານນາງ ຕ່ອງທິຟ໊ອງ ປາດຖະໜາວ່າ ສະຫະພັນລັດຖະສະພາໂລກ (IPU) ແລະ ໂຄງການພັດທະນາສະຫະປະຊາດ (UNDP) ແລະ ບັນດາອົງການຈັດຕັ້ງສາກົນ, ບັນດາລັດຖະສະພາສະມາຊິກຂອງ IPU ສືບຕໍ່ໜູນຊ່ວຍ, ແບ່ງປັນບົດຮຽນ ເພື່ອໃຫ້ຫວຽດນາມ ປະຕິບັດສໍາເລັດບັນດາການເຄື່ອນໄຫວໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ.ແຟັງລັງໃນລະຫວ່າງວັນທີ 20 – 22 ຕຸລາ.

Top