• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມສຳມະນາສາກົນຄັ້ງທີ 9 ກ່ຽວກັບທະເລຕາເວັນອອກ: ມຸ່ງໄປເຖິງເຂດທະເລ “ສະຫຼາດ”

      ກອງປະຊຸມສຳມະນາໄດ້ປຶກສາຫາລືຢ່າງເລິກເຊິ່ງ ແລະ ມີຄຸນຄ່າກ່ຽວກັບຫຼາຍແງ່ມູມຢູ່ທະເລຕາເວັນອອກ, ປະກອບສ່ວນບັນລຸໄດ້ບັນດາຄວາມຮັບຮູ້ລວມກ່ຽວກັບເປົ້າໝາຍມຸ່ງໄປເຖິງເຂດທະເລ “ສະຫຼາດ”

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
      ຕອນບ່າຍວັນທີ 28 ພະຈິກ, ກອງປະຊຸມສຳມະນາສາກົນຄັ້ງທີ 9 ກ່ຽວກັບທະເລຕາເວັນອອກ ດ້ວຍຫົວຂໍ້ “ທະເລຕາເວັນອອກ: ຮ່ວມມືເພື່ອຄວາມໝັ້ນຄົງ ແລະ ພັດທະນາພາກພື້ນ” ໂດຍສະຖາບັນການຕ່າງປະເທດ (DAV), ກອງທຶນໜູນຊ່ວຍຄົ້ນຄ້ວາທະເລຕາເວັນອອກ (FESS) ແລະ ສະມາຄົມທະນາຍຄວາມ ຫວຽດນາມ (VLA) ຈັດຕັ້ງໄດ້ສິ້ນສຸດລົງ. ກ່າວຄຳເຫັນທີ່ພິທີອັດກອງປະຊຸມສະມຳນາ, ທ່ານ ຫງວຽນຫວູຕູ່ງ, ຮອງສາດສະດາຈານ - ປອ, ຜູ້ອຳນວຍການສະຖາບັນການຕ່າງປະເທດ ຫວຽດນາມ ໃຫ້ຂໍ້ສັງເກດວ່າ: ກອງປະຊຸມສຳມະນາໄດ້ປຶກສາຫາລືຢ່າງເລິກເຊິ່ງ ແລະ ມີຄຸນຄ່າກ່ຽວກັບຫຼາຍແງ່ມູມຢູ່ທະເລຕາເວັນອອກ, ປະກອບສ່ວນບັນລຸໄດ້ບັນດາຄວາມຮັບຮູ້ລວມກ່ຽວກັບເປົ້າໝາຍມຸ່ງໄປເຖິງເຂດທະເລ “ສະຫຼາດ”. ທ່ານຮອງສາດສະດາຈານ - ປອ ຫງວຽນຫວູຕູ່ງ, ໃຫ້ຮູ້ວ່າ:
        ນີ້ບໍ່ແມ່ນບັນຫາໃໝ່ ແຕ່ຕ້ອງອີງໃສ່ 2 ຢ່າງເຊິ່ງບັນດານັກຮຽນຮູ້ເຄີຍເນັ້ນໜັກ. ທີ 1 ແມ່ນເຈດຈຳນົງດ້ານການເມືອງ ແລະ ທີສອງແມ່ນຄວາມໄວ້ເນື້ອເຊື່ອໃຈ. ຖ້າມີ 2 ສິ່ງດັ່ງກ່າວນັ້ນ, ບັນດາການຮ່ວມມືກາຍເປັນໂຄງການລະອຽດ ແລະ ບັນດາໂຄງການລະອຽດນີ້ໄດ້ກັບຄືນເຮັດໃຫ້ເຈດຈຳນົງດ້ານການເມືອງແຂງແຮງກ່ວາ, ມີຄວາມໄວ້ເນື້ອເຊື່ອໃຈຫຼາຍກ່ວາ ແລະ ມັນຄືວິວັດການເຮັດໃຫ້ສະພາບການຢ່າງໜ້ອຍສຸດກໍ່ສາມາດຄຸ້ມຄອງໄດ້.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top