03/11/2019 10:33 GMT+7 Email Print Like 0

ອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະຮ່ວາງຊາແລະເຈື່ອງຊາໂດຍອີງໃສ່ບັນດາພະຍານຫຼັກຖານປະຫວັດສາດ-ນິຕິທຳ

      ອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ເຊິ່ງລັດຖະບານຫວຽດນາມ ໄດ້ຢັ້ງຢືນເປັນຫຼາຍຄັ້ງແລ້ວ”.

(ພາບປະກອບ: anninhthudo.vn)
      ອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ໂດຍອີງໃສ່ບັນດາພະຍານຫຼັກຖານປະຫວັດສາດ - ນິຕິທຳ. ນີ້ແມ່ນຄຳຢືນຢັນຂອງທ່ານປະທານສະພາກົດໝາຍສາກົນຫວຽດນາມ ຫງວຽນບ໊າເຊີນ ໃນຈົດໝາຍທີ່ສົ່ງຕອບທ່ານປະທານສະພາກົດໝາຍສາກົນຈີນ (CSIL) ຂວາງຈິງ ໃນວັນທີ 30 ຕຸລາ ທີ່ກ່ຽວຂ້ອງເຖິງບັນດາການກະທຳລະເມີດຂອງກຸ່ມກ່ຳປັ່ນໄຮ້ຢາງ 8 ຢູ່ເຂດທະເລທີ່ຂຶ້ນກັບເຂດເສດຖະກິດພິເສດ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ.
        ທ່ານ ຫງວຽນບ໊າເຊີນ ຊີ້ແຈ້ງວ່າ, ອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ “ເຊິ່ງລັດຖະບານຫວຽດນາມ ໄດ້ຢັ້ງຢືນເປັນຫຼາຍຄັ້ງແລ້ວ”. ຄຳຢັ້ງຢືນດັ່ງກ່າວແມ່ນອີງໃສ່ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ ແລະ ມີນັກກົດໝາຍ, ນັກປະຫວັດສາດສາກົນໄດ້ວິເຄາະໄຈ້ແຍກ ແລະ ຮັບຮອງເອົາແລ້ວ. ເລື່ອງຈີນ ຢຶດຄອງ, ນັບແຕ່ນັ້ນມາຮອດປະຈຸບັນ, ໄດ້ກໍ່ສ້າງບັນດາເກາະທຽມເທື່ອລະກ້າວ ແລະ ຫັນເປັນການທະຫານຢ່າງຜິດກົດໝາຍຢູ່ເກາະຫີນ ແລະ ຫາດດອນຫີນບາງແຫ່ງທີ່ຂຶ້ນກັບໝູ່ເກາະເຈື່ອງຊາ ຂອງຫວຽດນາມ ແມ່ນໜຶ່ງໃນບັນດາສາຍເຫດທີ່ພາໃຫ້ເກີດຄວາມເຄັ່ງຕຶງ, ນາບຂູ່ເຖິງສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ ແລະ ຢູ່ພາກພື້ນ.
        ທ່ານປະທານສະພາກົດໝາຍສາກົນຫວຽດນາມ ຫງວຽນບ໊າເຊີນ ກໍ່ຖືວ່າ, ບໍ່ມີປະເທດໃດມີສິດຮຽກສິດແຕ້ມເສັ້ນພື້ນຖານໝູ່ເກາະທີ່ຢູ່ອ້ອມໝູ່ເກາະເຈື່ອງຊາ ແລະ ຖືໝູ່ເກາະ ເຈື່ອງຊາ ແມ່ນເກາະໜຶ່ງດຽວທີ່ມີເຂດເສດຖະກິດພິເສດ ແລະ ເຂດໄຫຼ່ທະວີບສະເພາະ, ຍ້ອນກຸ່ມໝູ່ເກາະດັ່ງກ່າວບໍ່ຕອບສະໜອງບັນດາເງື່ອນໄຂເພື່ອແຕ້ມເສັ້ນພື້ນຖານໝູ່ເກາະ ຕາມຂໍ້ກຳນົດໃນມາດຕາ 47 ຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ຫຼື ເສັ້ນພື້ນຖານຊື່ຕາມຂໍ້ກຳນົດໃນມາດຕາ 7. ເຂດທີ່ຈີນ ເອີ້ນວ່່າ “ບ້າຍ ວ້ານອານ” (ຫວຽດນາມ ເອີ້ນວ່າ ບ້າຍ ຕືຈິ໊ງ) ແມ່ນຈົມຢູ່ໃຕ້ນ້ຳທະເລ, ຂຶ້ນກັບໄຫຼ່ທະວີບຂອງຫວຽດນາມ ແລະ ບໍ່ມີສ່ວນກ່ຽວຂ້ອງເຖິງໝູ່ເກາະ ເຈື່ອງຊາ. ສະນັ້ນ, ການຂັດແຍ້ງກັນກ່ຽວກັບອະທິປະໄຕເຂດນ້ຳແດນດິນສຳລັບໝູ່ເກາະ ເຈື່ອງຊາ ແມ່ນບໍ່ອາດໄປທັບຊ້ອນກັບເຂດເສດຖະກິດພິເສດ ແລະ ເຂດໄຫຼ່ທະວີບທີ່ໄດ້ຄິດໄລ່ຈາກແຄມຝັ່ງທະເລໄຫຼ່ທະວີບຂອງຫວຽດນາມ ກັບເຂດນ່ານທະເລບ່ໍວ່າຈະເປັນເກາະໜ່ວຍໃດທີ່ພົ້ນຂຶ້ນຈາກໜ້ານ້ຳທີ່ຂຶ້ນກັບໝູ່ເກາະເຈື່ອງຊາ.
        ທ່ານ ຫງວຽນບ໊າເຊີນ ສະຫຼຸບວ່າ, ເພື່ອເຮັດໃຫ້ທະເລຕາເວັນອອກກາຍເປັນ “ການເຊື່ອມຕໍ່ຂອງທຸກຝ່າຍ” ນັ້ນ, ແຕ່ລະຝ່າຍເມື່ອດຳເນີນບັນດາການເຄື່ອນໄຫວທາງທະເລຕ້ອງເຄົາລົບສິດ, ຜົນປະໂຫຍດຖືກຕ້ອງຕາມກົດໝາຍ ແລະ ຊອບທຳຂອງບັນດາຝ່າຍຄູ່ຮ່ວມມືອື່ນ, ເຄົາລົບປະຫວັດສາດການພົວພັນມິດຕະພາບ ເຊິ່ງຝ່າຍຕ່າງໆໄດ້ເພີ່ມພູນຄູນສ້າງ ແລະ ເດັດຂາດຕ້ອງປະຕິບັດຕາມກົດໝາຍສາກົນ.
 (ແຫຼ່ງຄັດຈາກ VOV)