• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະດີດເລຂາທິການໃຫຍ່ ໂດ໊ເມືອຍ ເຖິງແກ່ມໍລະນະກຳ

ສະຫາຍ ໂດເມືອຍ, ອະດີດເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງ ພັກກອມມູນິດ ຫວຽດນາມ. (ພາບ: VNA)

      ສະຫາຍ ໂດເມືອຍ, ອະດີດເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຫຼັງຈາກ ເວລາເປັນພະຍາດໜັກ, ເຖິງວ່າໄດ້ຮັບການປິ່ນປົວ ຢ່າງສຸດ ຄວາມາສາມາດ ຈາກບັນດາສາດສະດາຈານ, ທ່ານໝໍ ຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາການນຳພັກ, ລັດ ແລະ ຄອບຄົວ ໄດ້ເອົາໃຈໃສ່ເປັນພິເສດ, ແຕ່ຍ້ອນອາຍຸສູງ, ສຸຂະພາບອ່ອນເພຍ, ສະຫາຍໄດ້ເຖິງແກ່ມໍລະນະກຳ ໃນເວລາ 23  ໂມງ 12 ນາທີ, ວັນທີ 1 ຕຸລາ 2018, ຢູ່ໂຮງໝໍ ກອງທັບສູນກາງ 108.

      ສື່ຂ່າວກ່ຽວກັບ ພິທີງານສົບ ສະຫາຍ ໂດ໊ເມືອຍ ຈະໄດ້ແຈ້ງການຕາມຫຼັງ.

      ສະຫາຍ ໂດ໊ເມືອຍ ເກີດເມື່ອວັນທີ 2 ກຸມພາ 1927 ທີ່ ຕາແສງ ໂດງໝີ໊, ເມືອງ ແທງຈີ່, ນະຄອນ ຮ່າໂນ້ຍ.

      ໂດຍເຂົ້າຮ່ວມການເຄື່ອນໄຫວປະຕິວັດ ແລະ ກາຍເປັນສະມາຊິກ ພັກ ກອມມູນິດ, ໄດ້ຝຶກຝົນ, ເຕີບໃຫຍ່ ຜ່ານການຕໍ່ຕ້ານ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ ສະໄໝຕ່າງໆແຕ່ຫົວທີ, ສະຫາຍ ໂດ໊ເມືອຍ ເຄີຍໄດ້ຮັກສາຫຼາຍຖານະຕຳແໜ່ງງານ ແລະ ມີການປະກອບສ່ວນຢ່າງຫຼວງຫຼາຍໃຫ້ແກ່ ພາລະກິດ ປະຕິວັດ ຂອງພັກ ແລະ ປະເທດຊາດ.

      ໃນຊຸມປີເປັນເລຂາທິການໃຫຍ່ ຂອງພັກ (6/1991-12/1997), ດ້ວຍປະສົບການຕົວຈິງທີ່ອຸດົມສົມບູນ, ສະຫາຍ ໂດ໊ເມືອຍ ໄດ້ພ້ອມກັບຄະນະບໍລິຫານງານ ສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ມີຄວາມສາມັກຄີ, ເອກກະພາບ, ຊີ້ນຳ, ນຳພາ ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ສືບຕໍ່ປະຕິບັດ ເສັ້ນທາງປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສຳເລັດໜ້າທີ່ ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້. ສະຫາຍ ໂດ໊ເມືອຍ ໄດ້ມອບກາໝາຍພັກ 80 ປີ.

TTXVN/VNP

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top