• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ​ວ​ຽດ​ນາມ ຊ​ຸ​ກ​ຍູ້​ ການ​ປຶກ​ສາ​ຫາ​ລື​ອັນ​ແທດ​ຈິງ​ໃນ​ຂອບ​ເຂດກອງ​ປະ​ຊ​ຸມຫຼຸດ​ຜ່ອນກ​ຳ​ລັງ​ທັບ

NSA ແມ່ນ ມາດຕະການທີ່ລະອຽດເພື່ອແນໃສ່ຊຸກຍູ້ວິວັດການຫຼຸດຜ່ອນກຳລັງທັບ ແລະ ບໍ່ໃຫ້ແຜ່ຂະຫຍາຍອາວຸດນິວເຄຼຍຢ່າງຮອບດ້ານ, ສວມບົດບາດສຳຄັນໃນການຮັບປະກັນການປະຕິບັດບັນດາຂໍ້ຕົກລົງກ່ຽວກັບພາກພື້ນປອດອາວຸດນິວເຄຼຍໃຫ້ມີປະສິດທິຜົນ.

ວາລະປະຊຸມຄົບຄະນະຄັ້ງທີ 2ໃນຂອບເຂດ ອາຍຸການດຳລົງຕຳແໜ່ງປະທານກອງປະຊຸມຫຼຸດຜ່ອນກຳລັງທັບ (CD) ປີ 2019 ຂອງ ຫວຽດນາມ (ພາບ: TTXVN)

ໃນຂອບເຂດ ອາຍຸການດຳລົງຕຳແໜ່ງປະທານກອງປະຊຸມຫຼຸດຜ່ອນກຳລັງທັບ (CD) ປີ 2019 ຂອງ ຫວຽດນາມ, ວັນທີ 28 ມິຖຸນາ, ຢູ່ ສຳນັກງານຫ້ອງວ່າການສປຊ ຢູ່ Geneva, ປະເທດສະວິດ, ທ່ານ ເຢືອງຈີ໊ຢຸ໊ງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ໄດ້ເປັນປະທານວາລະປະຊຸມຄົບຄະນະຄັ້ງທີ 2, ທີ່ສຸມໃສ່ປຶກສາຫາລືຫົວຂໍ້ “ບັນດາມາດຕະການແກ້ໄຂສາກົນທີ່ມີຜົນສັກສິດເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ບັນດາປະເທດທີ່ບໍ່ມີອາວຸດນິວເຄຼຍຕໍ່ໜ້າເລື່ອງນຳໃຊ້ ຫຼືນາບຂູ່ນຳໃຊ້ອາວຸດນິວເຄຼຍ (NSA)”. ນີ້ແມ່ນໜຶ່ງໃນ 4 ຫົວຂໍ້ດຳເນີນຂອງກອງປະຊຸມເຊິ່ງ ບັນດາປະເທດຈະໄດ້ສຸມໃສ່ປຶກສາຫາລືໃນອາຍຸການເປັນປະທານ ຂອງ ຫວຽດນາມ.

        ໂດຍຕາງໜ້າຄະນະ ຫວຽດນາມ, ທ່ານ ເຢືອງຈີ໊ຢຸ໊ງ ໄດ້ເນັ້ນໜັກວ່າ NSA ແມ່ນ ມາດຕະການທີ່ລະອຽດເພື່ອແນໃສ່ຊຸກຍູ້ວິວັດການຫຼຸດຜ່ອນກຳລັງທັບ ແລະ ບໍ່ໃຫ້ແຜ່ຂະຫຍາຍອາວຸດນິວເຄຼຍຢ່າງຮອບດ້ານ, ສວມບົດບາດສຳຄັນໃນການຮັບປະກັນການປະຕິບັດບັນດາຂໍ້ຕົກລົງກ່ຽວກັບພາກພື້ນປອດອາວຸດນິວເຄຼຍໃຫ້ມີປະສິດທິຜົນ, ໃນນັ້ນມີສົນທິສັນຍາພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ປອດອາວຸດນິວເຄຼຍ (SEANWFZ).

        ບັນດາປະເທດສະມາຊິກ CD ໄດ້ຕີລາຄາສູງເລື່ອງ ຫວຽດນາມ ຈັດຕັ້ງກອງປະຊຸມປຶກສາຫາລືກ່ຽວກັບ NSA, ປະກອບສ່ວນຊຸກຍູ້ການປຶກສາຫາລືຢ່າງແທດຈິງໃນຂອງເຂດກອງປະຊຸມ CD, ມຸ່ງໄປສູ່ຂໍ້ຕົກລົງທີ່ຜູກມັດກົດໝາຍສາກົນ ກ່ຽວກັບການຫຼຸດຜ່ອນກຳລັງທັບ ແລະ ຕ້ານການ ແຜ່ຂະຫຍາຍອາວຸດນິວເຄຼຍຢ່າງຮອບດ້ານ.
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top