• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼາຍທ້ອງຖິ່ນປຸກລະດົມ “ບຸນປີໃໝ່ປູກຕົ້ນໄມ້ປີ 2018” ເພື່ອປົກປັກຮັກສາສິ່ງແວດລ້ອມ

ຕອນເຊົ້າວັນທີ 25 ກຸມພາ, ຄະນະຊາວໜຸ່ມນະຄອນດ່ານັ້ງ ໄດ້ຈັດພິທີປຸກລະດົມການ “ບຸນປີໃໝ່ປູກຕົ້ນໄມ້ປີ 2018”, ອັນໄດ້ດຶງດູດສະມາຊິກຄະນະຊາວໜຸ່ມ 1.500 ກວ່າຄົນເຂົ້າຮ່ວມ.

(ຫຼາຍທ້ອງຖິ່ນປຸກລະດົມ “ບຸນປີໃໝ່ປູກຕົ້ນໄມ້ປີ 2018” ເພື່ອປົກປັກຮັກສາສິ່ງແວດລ້ອມ)

ພາຍຫຼັງພິທີເລີ່ມປູກຕົ້ນໄມ້, ບັນດາສະມາຊິກຊາວໜຸ່ມ ໄດ້ເຂົ້າຮ່ວມການປູກຕົ້ນແປກຢູ່ລຽບຕາມແຄມທະເລອ່າວດ່ານັ້ງ ໃນຖະໜົນ ຫງວຽນເຕີດແທ່ງ. ອ້າຍ ຫງວຽນຢຸຍມິງ, ເລຂາຄະນະຊາວໜຸ່ມນະຄອນດ່ານັ້ງ, ໃຫ້ຮູ້ວ່າ.

        “ພິທີປຸກລະດົມການປູກຕົ້ນໄມ້ລະດູບານໃໝ່ປີຈໍ 2018 ໄດ້ປະກອບສ່ວນຍົກສູງຄວາມຮັບຮູ້ຂອງບັນດາເພື່ອນສະມາຊິກຄະນະຊາວໜຸ່ມໃນບັນຫາປົກປັກຮັກສາສິ່ງແວດລ້ອມ ເພື່ອໃຫ້ເຂດຕົວເມືອງຂອງດ່ານັ້ງ ນັບມື້ນັບຂຽວ, ສະອາດກວ່າ.”

        ແລະກໍ່ໃນວັນດຽວກັນ, ຢູ່ເຂດສຸສານ ກິງເຢືອງເວືອງ, ເມືອງທ້ວນແທ່ງ, ແຂວງບັ໋ກນິງ, ກະຊວງຊັບພະນາກອນ ແລະ ສິ່ງແວດລ້ອມ, ສູນກາງສະມາຄົມຊາວກະສິກອນຫວຽດນາມ ແຂວງບັ໋ກນິງ, ໄດ້ສົມທົບກັນຈັດການເຄື່ອນໄຫວ “ບຸນປີໃໝ່ປູກຕົ້ນໄມ້ຈົດຈຳບຸນຄຸນຂອງປະທານໂຮ່ຈິມິນ ຕະຫຼອດໄປ” ໃນໂອກາດລະດູບານໃໝ່ປີຈໍ 2018 ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)


ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກ, ນ້ຳຖ້ວມ, ຮີບເຮັ່ງຮັບມືກັບພາຍຸ Koto

ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກ, ນ້ຳຖ້ວມ, ຮີບເຮັ່ງຮັບມືກັບພາຍຸ Koto

ພາຍຸ Koto ໃນປະຈຸບັນແມ່ນມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນກ່ອນ.

Top