• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມພົບປະກັບທ່ານເລຂາຄະນະພັກນະຄອນ ຊຽງໄຮ

      ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ຈີນ, ຕອນບ່າຍວັນທີ 18 ເມສາ, ທ່ານ ຫງວຽນວັນບີງ ເລຂາສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງພັກ, ນຳໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມນະຄອນ ຊຽງໄຮ້ ແລະ ມີການພົບປະກັບທ່ານ ຫຼີຊຽງ ເລຂາຄະນະພັກນະຄອນ ຊຽງໄຮ້

ທ່ານ ຫງວຽນວັນບີງ ມີການພົບປະກັບທ່ານ ຫຼີຊຽງ ເລຂາຄະນະພັກນະຄອນ ຊຽງໄຮ້ 
      ທີ່ການພົບປະ, ທ່ານເລຂາຄະນະພັກນະຄອນ ຊຽງໄຮ້ ຫຼີຊຽງ ໄດ້ແນະນຳກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ພິເສດ ແມ່ນບັນດາບົດຮຽນປະຕິຮູບເປີດປະຕູຂອງນະຄອນ ແລະ ກ່ຽວກັບການພົວພັນຮ່ວມມືລະຫວ່າງ ຊຽງໄຮ້ ກັບ ຫວຽດນາມ ໃນໄລຍະຜ່ານມາ.
        ສ່ວນທ່ານ ຫົວໜ້າຄະນະເສດຖະກິດສູນກາງພັກ ຫງວຽນວັນບີງ ສະເໜີວ່າ ນະຄອນ ຊຽງໄຮ້ ເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງ ຫວຽດນາມ, ຍົກສູງປະສິດທິຜົນແຫ່ງການຮ່ວມມືຢ່າງແທດຈິງໃນບັນດາຂົງເຂດຄື: ເສດຖະກິດ - ການຄ້າ, ການທ່ອງທ່ຽວ, ວັດທະນະທຳ, ເປີດກ້ວາງການພົວພັນແລກປ່ຽນປະຊາຊົນ; ແລະ ສະແດງໃຫ້ເຫັນຄວາມຊົມເຊີຍບັນດາວິສາຫະກິດໃຫຍ່, ມີອິດທິພົນຊື່ສຽງຂອງ ຊຽງໄຮ້ ໄປຍັງ ຫວຽດນາມ ລົງທຶນເຂົ້າບັນດາໂຄງການທີ່ມີຂອບຂະໜາດໃຫຍ່, ນຳໃຊ້ເຕັກໂນໂລຢີສູງ, ເໝາະສົມກັບຄວາມຕ້ອງການພັດທະນາແບບຍືນຍົງຂອງ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top