• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຄະນະເສດຖະກິດສູນກາງຫງວຽນວັນບິ່ງຕ້ອນຮັບອະດີດລັດຖະມົນຕີການຕ່າງປະເທດອາເມລິກາ

      ທີ່ການຕ້ອນຮັບທ່ານອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ໃນຕອນບ່າຍວັນທີ 20 ມິຖຸນາ, ຢູ່ສຳນັກງານສູນກາງພັກ, ທ່ານ ຫງວຽນວັນບິ່ງ, ຫົວໜ້າຄະນະເສດຖະກິດສູນກາງ ໄດ້ຕີລາຄາສູງບັນດາການພັດທະນາຢ່າງຕັ້ງໜ້າໃນການພົວພັນຮ່ວມມືລະຫວ່າງຫວຽດນາມ - ອາເມລິກາ ໃນຂົງເຂດການຄ້າ, ການລົງທຶນ ແລະ ຂົງເຂດອື່ນໆ ທີ່ໄດ້ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ປະຊາຊົນ 2 ປະເທດ, ຕັ້ງໜ້າປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.

(ທ່ານຫົວໜ້າຄະນະເສດຖະກິດສູນກາງຫງວຽນວັນບິ່ງ
ຕ້ອນຮັບອະດີດລັດຖະມົນຕີການຕ່າງປະເທດອາເມລິກາ)
      ທ່ານ ຫງວຽນວັນບິ່ງ ເນັ້ນໜັກວ່າ, ຫວຽດນາມ ພວມສືບຕໍ່ປະຕິຮູບຢ່າງແຮງ, ເຊື່ອມໂຍງຢ່າງເລິກເຊິ່ງ ກວ້າງຂວາງກວ່າ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ບັນດານັກລົງທຶນ, ໃນນັ້ນມີນັກລົງທຶນອາເມລິກາ, ພ້ອມທັງຢືນຢັນວ່າ, ຫວຽດນາມ ຖືຜົນສຳເລັດຂອງບັນດາວິສາຫະກິດອາເມລິກາ ກໍ່ແມ່ນຜົນສຳເລັດຂອງຫວຽດນາມ.
        ສ່ວນທ່ານອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ຢືນຢັນຄຳໝັ້ນສັນຍາຂອງອາເມລິກາ ກ່ຽວກັບການເຄົາລົບລະບອນການເມືອງ, ເອກະລາດ, ອະທິປະໄຕອັນຄົບຖ້ວນຂອງຫວຽດນາມ, ສະໜັບສະໜູນຫວຽດນາມ ຈັດຕັ້ງກອງປະຊຸມຂັ້ນສູງ APEC 2017 ບັນລຸຜົນສຳເລັດ. ພ້ອມທັງໃຫ້ຮູ້ວ່າ, ອາເມລິກາ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນໃນການພັດທະນາພະລັກງານສະອາດ, ພື້ນຖານໂຄງລ່າງແບບຍືນຍົງ…
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top