
ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງອວຍພອນຄະນະກຳມະການສາມັກຄີສາສະໜາຄຼິດຫວຽດນາມ
ເນື່ອງໃນໂອກາດວັນບຸນຄິດສມາດ 2016, ຕອນບ່າຍວັນທີ 13/12, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ໄປຢ້ຽມຢາມ ແລະ ອວຍພອນຄະນະກຳມະການສາມັກຄີສາສະໜາຄຼິດ ແລະ ຄຸນພໍ່ ເຈືອງຊວນແມ້ງ, ຮອງປະທານທັງເປັນເລຂາທິການໃຫຍ່ ຄະນະກຳມະການສາມັກຄີສາສະໜາຄຼິດ ຫວຽດນາມ. ທ່ານນາງ ເຈືອງທິມາຍ ຢັ້ງຢືນວ່າ: ຄະນະກຳມະການສາມັກຄີສາສະໜາຄຼິດຫວຽດນາມ ຍາມໃດກໍ່ສະແດງບົດບາດເປັນແກ່ນສານໃນທຸກໆຂະບວນການຮັກຊາດຂອງ ພໍ່ແມ່ປະຊາຊົນຊາວຄຼິດ ແລະ ບັນລຸໄດ້ຜົນງານອັນດີງາມຫຼາຍຢ່າງ. ຄະນະກຳມະການສາມັກຄີສາສະໜາຄຼິດ ຫວຽດນາມ ໄດ້ຕັ້ງໜ້າໂຄສະນາຢ່າງເລິກເຊິ່ງ ແລະ ກ້ວາງຂວາງກັບຄະນະສາມັກຄີສາສະໜາຄຼິດ ບັນດາແຂວງ, ນະຄອນ, ຂົນຂວາຍພໍ່ແມ່ປະຊາຊົນຊາວຄຼິດປະຕິບັດແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ, ຕັ້ງໜ້າເຂົ້າຮ່ວມການພັດທະນາເສດຖະກິດ ສັງຄົມ. ທ່ານນາງ ເຈືອງທິມາຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ຄະນະຂົນຂວາຍປະຊາຊົນສູນກາງຫວຽດນາມ, ຄະນະສາມັກຄີສາສະໜາຄຼິດບັນດາແຂວງ, ນະຄອນ ສືບຕໍ່ຜັນຂະຫຍາຍຜົນງານທີ່ບັນລຸໄດ້, ປ່ຽນໃໝ່ເນື້ອໃນ, ວິທີການເຄື່ອນໄຫວຢ່າງບໍ່ຢຸດຢັ້ນ, ປະຕິບັດບົດບາດເປັນຂົວຕໍ່ລະຫວ່າງສາສະໜາ ແລະ ຊີວິດເປັນຢ່າງດີ, ລະດົມກຳລັງໃຈແກ່ພໍ່ແມ່ປະຊາຊົນຊາວຄຼິດ ຫວຽດນາມ ສືບຕໍ່ປະຕິບັດນື້ອໃນຈິດໃຈ “ຢູ່ໃນສິນ, ກິນໃນທຳ, ຮັບໃຊ້ປະຊາຊົນ”. ເນື່ອງໃນໂອກາດນີ້, ທ່ານນາງ ເຈືອງທິມາຍ ອວຍພອນໃຫ້ບັນດາຄຸນພໍ່, ພໍ່ແມ່ປະຊາຊົນຊາວຄຼິດຕ້ອນຮັບວັນບຸນ ຄຼິດສມາດ ຢ່າງສະຫງົບສຸກ ແລະ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ.
(ແຫຼ່ງຄັດຈາກ VOV)