• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫັນການຄ້າ ແລະ ລົງທຶນເປັນເສລີສືບຕໍ່ແມ່ນບັນຫາຂອງການຮ່ວມມືໃນAPEC

ບັນ​ດາ​ຜູ້​ແທນ​ກໍ່​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຕໍ່ 4 ບຸ​ລິ​ມະ​ສິດ​ແຫ່ງ​ການ​ຮ່ວມ​ມື​
ຂອງ​ປີ APEC 2017.(ພ​າບ​ປະ​ກອບ)
      ວັນ​ທີ 3/3, ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ APEC ຄັ້ງ​ທີ 1 (ເອີ້ນ​ຫຍໍ​້​ວ່າ SOM 1) ຖືກ​ອັດ​ລົງ​ຢູ່​ນະ​ຄອນ ຍາ​ຈາງ, ແຂວງ ແຄ໋ງ​ຮ່​ວາ. ວາ​ລະ​ປະ​ຊຸມນີ້ກໍ່​ໄດ້​ອັດກອງ​ປະ​ຊຸມ​ 60 ກ່​ວາ​ຄັ້ງຂອງ​ບັນ​ດາ​ອະ​ນຸ​ກຳ​ມະ​ການ, ໜ່ວຍ​ເຕັກ​ນິກ​ທີ່​ກ່ຽວ​ຂ້ອງ​ໃນຫຼາຍ​ຂົງ​ເຂດ​ຮ່ວມ​ມື​ຂອງ APEC ​ເຊິ່ງໄດ້​​ດຳ​ເນີນ​ໃນ 2 ສັບ​ປະ​ດາ​ທີ່​ຜ່ານ​ມາ.
        ໃນ 2 ວັນ​ດຳ​ເນີນກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​​ເຫັນ​ດີ​ເປັນເອ​ກະ​ສັນ​ຢ່າງ​ສູງ​ກ່ຽວ​ກັບ​ການ​ຮັກ​ສາ​ບົດ​ບາດ​ຂອງ APEC ແມ່ນ​ກົນ​ໄກ​ນຳ​ໜ້າ​ໃນ​ການ​ຮ່ວມ​ສ​ຳ​ພັນ​ເສດ​ຖະ​ກິດ ແລະ ນຳ​ໜ້າ​ໃນ​ການ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ, ຜ່ານ​ການ​ຊຸກ​ຍູ້​ສ້າງ​ບັນ​ດາ​ຄາດ​ໝາຍ Bogor ໃນ​ປີ 2020 ໃຫ້​ສຳ​ເລັດ, ເພີ່​ມ​ທະ​ວີ​​ດ້ານການ​ຄ້າ ແລະ ການ​ລົງ​ທຶນເປີດ​ຢູ່​ພາກ​ພື້ນ, ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ຍຸດ​ທະ​ສາດ, ແຜນ​ການ​ຮ່ວມ​ມື​ໄລ​ຍະ​ຍາວ​ຂອງ APEC… ບັນ​ດາ​ຜູ້​ແທນ​ກໍ່​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຕໍ່ 4 ບຸ​ລິ​ມະ​ສິດ​ແຫ່ງ​ການ​ຮ່ວມ​ມື​ຂອງ​ປີ APEC 2017.
        ໝາກ​ຜົນ​ຂອງ SOM 1 ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ຮ່ວມ​ມື​ຮ່ວມ​ສ​ຳ​ພັນ, ຫັນ​ການ​ຄ້າ ແລະ ການ​ລົງ​ທຶນ​ເປັນ​ເສ​ລີ​ສືບ​ຕໍ່​ແມ່ນ​​ບັນ​ຫາ​ຕົ້ນ​ຕໍ​ຢູ່ ອາ​ຊີ - ປາ​ຊ​ີ​ຟິກ. ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ​ຂອງ APEC ຈະ​ສືບ​ຕໍ່​ປຶກ​ສ​າ​ຫາ​ລື ບັນ​ດາ​ບັນ​ຫາ​ໃຫຍ່​ທີ່ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ APEC ຄັ້ງ​ທີ 2 (SOM 2) ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ 5 ຢູ່​ນະ​ຄອນ ຮ່າ​ໂນ້ຍ, ເພື່ອ​ໃຫ້​ການ​ຮ່ວມ​ມື APEC ນັບ​ມື້​ນັບ​ແທ​ດ​ຈິງ​ສຳ​ລັບ​ປ​ະ​ຊາ​ຊົນ​ທ​ຸກ​ຊັ້ນ​ຄົນ, ເຖິ​ງວິ​ສາ​ຫະ​ກິດ​ແຕ່​ລະ​ແຫ່ງ, ປະ​ຊາ​ຊົນ​ແຕ່​ລະ​ຄົນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top