ຂ່າວສານ
ຫວຽດນາມ ເຂົ້າຮ່ວມຊຸກຍູ້, ຮັບປະກັນສິດທິມະນຸດຢູ່ຄະນະກຳມະການ 3, ສະມັດຊາໃຫຍ່ ສປຊ
ທ່ານ ດັ້ງດິງກຸຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ເຂົ້າຮ່ວມຊຸກຍູ້, ຮັບປະກັນສິດທິມະນຸດຢູ່ຄະນະກຳມະການ 3, ສະມັດຊາໃຫຍ່ ສະຫະປະຊາຊາດ
(ພາບ: https://baoquocte.vn)
ກ່າວຄຳເຫັນທີ່ວາລະປຶກສາຫາລືລວມ, ທ່ານ ດັ້ງດິງກຸຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ຮຽກຮ້ອງໃຫ້ບັນດາປະເທດຊຸກຍູ້ການໂອ້ລົມສົນທະນາ ແທນ ການສູ້ຢັນກັນ, ປຶກສາຫາລືແທນການ ຈັດວາງ, ຮ່ວມແຮງຮ່ວມໃຈຊຸກຍູ້ ແລະ ຮັບປະກັນສິດທິມະນຸດ. ໃນປີ 2019 ຫວຽດນາມ ໄດ້ເຂົ້າຮ່ວມອານຸສັນຍາເລກທີ 98 ຂອງອົງການຈັດຕັ້ງແຮງງານສາກົນກ່ຽວກັບການຈັດວາງບັນດາມາດຕະການຂອງສິດຈັດຕັ້ງ ແລະ ການ ປຶກສາຫາລືລວມໝູ່, ເຂົ້າຮ່ວມຄຳໝັ້ນສັນຍາສະໝັກໃຈທົ່ວໂລກກ່ຽວກັບສິດຂອງເດັກນ້ອຍ ແລະ ຖະແຫຼງການໂຮງຮຽນທີ່ປອດໄພ.
ທ່ານ ດັ້ງດິງກຸຍ ໄດ້ເນັ້ນໜັກວ່າ ຫວຽດນາມໂດຍເປັນປະເທດທີ່ຖືກຜົນສະທ້ອນອັນໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ, ຍາມໃດກໍ່ມານະພະຍາຍາມສູງສຸດເຂົ້າການຫຼຸດຜ່ອນຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດ, ເປັນຕົ້ນແມ່ນສຳລັບບັນດາກຸ່ມຄົນຖືກຄວາມສ່ຽງສູງກ່ວາເພີ່ນ, ດັ່ງນັ້ນ, ແຕ່ ປີ 2014, ຢູ່ສະພາສິດທິມະນຸດ, ຫວຽດນາມ ພ້ອມກັບ ບັງກະລາເທດ ແລະ ຟິລິບປິນ ເປັນປະເທດຮ່ວມຮຽບຮຽງ ມະຕິກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດ ດ້ວຍຈຸດສຸມກ່ຽວກັບເດັກນ້ອຍ, ແມ່ຍິງ ແລະ ຜູ້ເສຍອົງຄະ. ໂດຍມຸ່ງໄປສູ່ການສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຄັ້ງ ສປຊ, ທ່ານ ດັ້ງດິງກຸຍ ຮຽກຮ້ອງໃຫ້ປະຊາຄົມສາກົນພ້ອມກັນຕັດສິນໃຈໃຫ້ຄຳໝັ້ນສັນຍາຍົກສູງບົດບາດ ແລະ ກຳລັງຄວາມສາມາດຂອງ ສປຊ ເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ປະຕິບັດການຫັນຄຳໝັ້ນສັນຍາກ່ຽວກັບການສ້າງອະນາຄົດທີ່ສົດໃສກ່ວາອີກໃຫ້ແກ່ທຸກຄົນໃຫ້ປະກົດຜົນເປັນຈິງ.
(ແຫຼ່ງຄັດຈາກ VOV)