• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາ​ມ​ ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ສຽງ​ເວົ້າ​ລວມ, ມີບັນ​ດາ​ຂໍ້​ລິເລີ່ມ​ເພ​ື່ອ​ຊຸກຍູ້​ການ​ກະ​ທຳ​ລວມ, ໜູ​ນ​ຊ່ວຍ​ປະ​ຊາ​ຊົນ, ຟື້ນ​ຟູພື້ນ​ຖານ​ເສດ​ຖະ​ກິດ​ໄລ​ຍະ​ພາຍຫຼັງ Covid – 19

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 73 ຂອງສະມັດຊາໃຫຍ່ອົງການອະນາໄມໂລກດ້ວຍຫົວຂໍ້ວ່າ “ໂລກລະບາດ Covid - 19”, ເຊິ່ງໄດ້ຮັບການຈັດຕັ້ງຂຶ້ນທາງອອນລາຍໃນລະຫວ່າງ ວັນທີ 18 – 19 ພຶດສະພາ 2020.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 73 ຂອງສະມັດຊາໃຫຍ່ອົງການອະນາໄມໂລກດ້ວຍຫົວຂໍ້ວ່າ “ໂລກລະບາດ Covid - 19” (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວັນຟຸກ ໄດ້ສະແດງຄວາມເຫັນໃຈ ແລະ ແບ່ງປັນຢ່າງເລິກເຊິ່ງໄປຍັງລັດຖະບານ ແລະ ປະຊາຊົນບັນດາປະເທດຍ້ອນຄວາມສູນເສຍຢ່າງໃຫຍ່ຫຼວງ ຈາກໂລກລະບາດ Covid – 19, ທ່ານກໍ່ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນໄປຍັງບັນດາແພດໝໍທັງໝົດ, ຜູ້ທີ່ຢູ່ແນວໜ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດ ເພື່ອສຸຂະພາບ ແລະ ຄວາມປອດໄພຂອງປະຊາຊົນທຸກໆຄົນ.

        ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ໂດຍເປັນປະທານອາຊຽນ 2020, ຫວຽດນາມໄດ້ເປັນເຈົ້າພາບຈັດຕັ້ງ ແລະ ເຂົ້າຮ່ວມການປຶກສາຫາລືຕ່າງໆ, ມານະພະຍາຍາມຊອກຫາສຽງເວົ້າລວມ, ມີຂໍ້ລິເລີ່ມເພື່ອຊຸກຍູ້ການກະທຳລວມໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ໜູນຊ່ວຍປະຊາຊົນ, ຟື້ນຟູພື້ນຖານເສດຖະກິດໃນໄລຍະຫຼັງ Covid – 19 . ທ່ານກ່າວວ່າ:

        ຫວຽດນາມດ້ວຍເນື້ອໃນຈິດໃຈຮ່ວມມືແບ່ງປັນຄວາມຫຍຸ້ງຍາກ, ລັດຖະບານ, ຂະແໜງສາທາລະນະສຸກ, ບັນດາອົງການຈັດຕັ້ງ, ວິສາຫະກິດປະຊາຊົນໄດ້ໜູນຊ່ວຍຜ້າອັດປາກ - ດັງ, ອຸປະກອນການແພດໂດຍຫວຽດນາມຜະລິດດ້ວຍຄຸນນະພາບສູງຢ່າງແທດຈິງ, ທັນການ. ຫວຽດນາມກໍ່ແບ່ງປັນຄວາມຮັບຜິດຊອບກັບຫຼາຍປະເທດ, ເປັນຕົ້ນແມ່ນບັນດາປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງ, ພ້ອມທັງມີການປະກອບສ່ວນດ້ານການເງິນໃຫ້ແກ່ກອງທຶນ ຮັບມືກັບ Covid  19. ຫວຽດນາມເພີ່ມທະວີການຮ່ວມມືສາກົນ, ແບ່ງປັນບົດຮຽນ, ໜູນຊ່ວຍເຊິ່ງກັນແລະກັນ, ແບ່ງປັນແຫຼ່ງວັດຖຸອຸປະກອນການແພດແມ່ນວຽກງານທີ່ມີຄວາມຮັບຜິດຊອບໃນໄລຍະທີ່ຜ່ານມາ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top