• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ລາວ ​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຮ່ວມ​ມືໃນ​ຂົງ​ເຂດ​ສ​ຳ​ເນົາ​ເອ​ກະ​ສານ

ພິທີລົງນາມບົດບັດທຶກຊ່ວຍຈຳກ່ຽວກັບແຜນການຮ່ວມມືປີ 2020 ລະຫວ່າງ ກົມສຳເນົາເອກະສານ ແຫ່ງລັດ (ກະຊວງພາຍໃນ ຫວຽດນາມ) ແລະ ກົມສຳເນົາເອກະສານແຫ່ງລັດ (ກະຊວງພາຍໃນລາວ) ໄດ້ດຳເນີນໃນຕອນບ່າຍວັນທີ 3 ທັນວາ, ຢູ່ຮ່າໂນ້ຍ.


ທ່ານ ດັ້ງແທັງຕຸ່ງ, ຫົວໜ້າກົມສຳເນົາເອກະສານແຫ່ງລັດກ່າວຄຳເຫັນທີ່ພິທີ

(ພາບ: ກົມສຳເນົາເອກະສານ ຫວຽດນາມ) 


ຕາມນັ້ນແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະພາບຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ພິເສດແມ່ນປະຕິບັດການດັດແປງເອກະສານພາສາຝລັ່ງທີ່ພວມເກັບຮັກສາຢູ່ ກົມສຳເນົາເອກະສານ ແຫ່ງລັດລາວ, ມຸ່ງໄປເຖິງການແລກປ່ຽນບັນຊີລາຍຊື່ ແລະ ເອກະສານທີ່ກ່ຽວຂ້ອງເຖິງປະຫວັດສາດຂອງສອງປະເທດ. ຮ່ວມມືໃນຂົງເຂດບຳລຸງສ້າງພະນັກງານຂົງເຂດ ເອກະສານ, ສຳເນົາເອກະສານ, ແລກປ່ຽນ ເອກະສານ ແລະ ບັນດາການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ, ເອກະສານວິຊາສະເພາະ… ບັນດາເນື້ອໃນບົດບັນທຶກຊ່ວຍຈຳຈະໄດ້ຮັບການຜັນຂະຫຍາຍໂດຍບັນດາການເຄື່ອນໄຫວທີ່ແທດຈິງ, ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ປະເທດຊາດ ແລະ ປະກອບສ່ວນນຳການພົວພັນພິເສດທີ່ຫາຍາກໃນໂລກນີ້ລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.

        ຕາມທ່ານ ດັ້ງແທັງຕຸ່ງ, ຫົວໜ້າກົມສຳເນົາເອກະສານແຫ່ງລັດ ແລ້ວ, ບົດບັນທຶກຊ່ວຍຈຳກ່ຽວກັບແຜນການຮ່ວມມືປີ 2020 ຈະສືບຕໍ່ແມ່ນພື້ນຖານເພື່ອໃຫ້ ກົມ ສຳເນົາເອກະສານແຫ່ງລັດ ຫວຽດນາມ ແລະ ກົມສຳເນົາເອກະສານແຫ່ງລັດ ລາວ ປະຕິບັດບັນດາການເຄື່ອນໄຫວຮ່ວມມືສອງຝ່າຍ, ອັນໄດ້ສ້າງເປັນຜົນງານໃໝ່ໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ໃນຂົງເຂດສຳເນົາ ເອກະສານ. ກົມ ສຳເນົາເອກະສານແຫ່ງລັດ ຫວຽດນາມຈະ ມານະພະຍາຍາມໜູນຊ່ວຍກົມສຳເນົາເອກະສານ ແຫ່ງລັດລາວ ຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ໄດ້ຮັບການລົງນາມ ຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ກອງ​ປະຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI ຈະ​ດຳ​ເນີນ​ໃນ​ອາ​ທິດ​ໜ້າ

ກອງ​ປະຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI ຈະ​ດຳ​ເນີນ​ໃນ​ອາ​ທິດ​ໜ້າ

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຫາ​ກໍ່​ອອກ​ໜັງ​ສື​ຮ​ຽກ​ໂຮມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI, ເຊິ່ງ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 3 – 24 ສິງ​ຫາ. ສະ​ພາ​ແຫ່ງ​ຊາດ​ຈະ​ໂຮມ​ປະ​ຊຸມ​ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດໃນ 2 ງວດ.

Top