• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ລາວ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສື​ບ​ຕໍ່​ຊອກຫ​າ​ຈົນ​ຮອດ​ເວ​ລາ​ທີ່​ບໍ່​ມີ​ຂໍ້​ມູນ​ຂ່າວ​ສານ​ໃດ​ກ່​ຽວ​ກັບ​ບ່ອນ ບົ່ງ​ສົບ​ອັດຖິ​ ນັກຮົບ​ທີ່ເສຍສະຫຼະຊີວິດເພື່ອຊາດ

ຕອນເຊົ້າວັນທີ 2 ກໍລະກົດ, ຢູ່ແຂວງ ຫຼວງພະບາງ, ປະເທດລາວ, ໄດ້ດຳເນີນການໂອ້ລົມສົນທະນາລະຫວ່າງຄະນະປະຕິບັດງານພິເສດຂອງລັດຖະບານສອງປະເທດ ຫວຽດນາມ - ລາວ. 


ພິທີລົງນາມເອກະສານສືບຕໍ່ສົມທົບກັນຊອກຫາ, ທ້ອນໂຮມອັກຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ໃນລະດູແລ້ງ 2019 -2020

(ພາບ: qdnd.vn)


ໃນໄລຍະຜ່ານມາ, ຄະນະປະຕິບັດງານພິເສດຂອງສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ແກ້ໄຂບັນດາຄວາມຫຍຸ້ງຍາກຢ່າງທັນການໃນການຈັດຕັ້ງການຊອກຫາ,ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ດ້ວຍການໜູນຊ່ວຍ, ຊວຍເຫຼືອຢ່າງມີປະສິດທິຜົນຈາກຝ່າຍ ລາວ ຊ່ວຍໃຫ້ບັນດາກອງທ້ອນໂຮມອັດຖິຂອງ ຫວຽດນາມຊອກຫາ ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໄດ້ 230 ຊຸດ.

     ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ໃນລະດູແລ້ງ 2019 -2020, ຫວຽດນາມ ຈະສືບຕໍ່ຮັກສາກອງທ້ອນໂຮມ 8 ກອງທີ່ປະຕິບັດໜ້າທີ່ຢູ່ບັນດາແຂວງ, ນະຄອນຂອງລາວ. ລາວສືບຕໍ່ຊີ້ນຳທະຫານທຸກຂັ້ນ, ຈັດສົ່ງພະນັກງານເຂົ້າຮ່ວມພ້ອມກັບບັນດາກອງທ້ອນໂຮມຂອງ ຫວຽດນາມ, ພ້ອມທັງຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນໃນການສະໜອງຂໍ້ມູນຂ່າວສານກ່ຽວກັບນັກຮົບທີ່ເສຍສະຫຼະຊີວິດ, ຂຸມຝັງສົບນັກຮົບອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ. ສອງຝ່າຍໄດ້ຢັ້ງຢືນຈະ ສືບຕໍ່ສົມທົບກັນໃນການຊີ້ນຳການຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສາໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ ເສຍສະຫຼະຊີວິດຢູ່ ລາວຈົນຮອດເວລາທີ່ບໍ່ມີຂໍ້ມູນຂ່າວສານໃດກ່ຽວກັບບ່ອນ ບົ່ງສົບອັດຖິນັກຮົບອາສາສະໝັກ.

(ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top