• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເລີ່ມ​ເຄື່ອນ​ໄຫວ​ລະ​ບົບ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ແຮງກວ່າ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ລັດຖະບານ, ຄະນະຊີ້ນຳແຫ່ງຊາດ, ກະຊວງສາທາລະນະສຸກ ແລະ  2 ແຂວງ ຫາຍເຢືອງ ແລະ ກວ໋າງນິງ ພວມເຄື່ອນໄຫວຢ່າງດຸເດືອດເພື່ອປ້ອງກັນ, ຕ້ານ, ຈຳກັດບໍລິເວນ ແລະ ສືບຕໍ່ຄົ້ນຫາປະຫວັດການສຳຜັດໄປ-ມາຢ່າງແຮງ ເພື່ອແນໃສ່ຄວບຄຸມການແຜ່ລາມຂອງໂລກລະບາດ. 
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຊີ້ນຳກອງປະຊຸມ (ພາບ: nhandan.com.vn)

ກ່າວຄຳເຫັນທີ່ກອງປະຊຸມດ່ວນກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທີ່ດຳເນີນໃນຕອນເຊົ້າວັນທີ 28 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ມີການຮັບມືໂດຍດ່ວນເພື່ອຄວບຄຸມໂລກລະບາດໂຄວິດ - 19 ທີ່ຫາກໍພົບເຫັນຢູ່ແຂວງ ກວ໋າງນິງ ແລະ ຫາຍເຢືອງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ລັດຖະບານ, ຄະນະຊີ້ນຳແຫ່ງຊາດ, ກະຊວງສາທາລະນະສຸກ ແລະ  2 ແຂວງ ຫາຍເຢືອງ ແລະ ກວ໋າງນິງ ພວມເຄື່ອນໄຫວຢ່າງດຸເດືອດເພື່ອປ້ອງກັນ, ຕ້ານ, ຈຳກັດບໍລິເວນ ແລະ ສືບຕໍ່ຄົ້ນຫາປະຫວັດການສຳຜັດໄປ-ມາຢ່າງແຮງ ເພື່ອແນໃສ່ຄວບຄຸມການແຜ່ລາມຂອງໂລກລະບາດ.    ທ່ານກ່າວວ່າ:

        “ຈຳກັດບໍລິເວນ, ແຍກຕົວ, ຄົ້ນຫາປະຫວັດການສຳຜັດໃນວົງກວ້າງ, ປະຕິບັດບັນດາມາດຕະການແຍກຫ່າງໃນສັງຄົມຕາມຄຳສັ່ງເລກທີ 16 ສຳລັບເມືອງຈີລິງ ແລະ ປິດສະໜາມບິນ ເວິນດົນ. ຄະນະຊີ້ນຳແຫ່ງຊາດ ແລະ ກະຊວງສາທາລະນະສຸກຄົ້ນຄວ້າ, ສະເໜີວິທີການແກ່ຍາວເວລາປະຕິບັດການແຍກຕົວສຳລັບຜູ້ເຂົ້າເມືອງ ຫວຽດນາມ ແລະ ມີຄວາມລະມັດລະວັງກັບໄວຣັດກາຍພັນ. ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ ແຕ່ບໍ່ກໍ່ຄວາມປັ່ນປວນໃນຊີວິດການເປັນຢູ່ຂອງປະຊາຊົນ”.

        ປັດຈຸບັນ, ບັນດາກຳລັງໄດ້ລົງຈຳກັດບໍລິເວນ, ຊອກໄດ້ຜູ້ຕ້ອງການປະຕິບັດການກວດຫາເຊື້ອ ແລະ ຢັ້ງຢືນວ່າມີ 83 ຄົນ ມີຜົນກວດເປັນບວກກັບເຊື້ອໄວຣັດ SARS-CoV-2.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top