• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສືບ​ຕໍ່​ກ່າວ​ປະ​ນາມ​ການ​ກະ​ທຳ​​ນຳ​ໃຊ້​ອາ​ວຸດ​ເຄ​ມີ​ຢູ່ ຊີ​ຣີ

ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງ ການຮ່ວມມືທີ່ມີລັກສະນະສ້າງສັນ ແລະ ຄວາມເປັນເອກະພາບຂອງປະຊາຄົມສາກົນ ເພື່ອແນໃສ່ສ້າງເງື່ອນໄຂຢ່າງສະດວກໃຫ້ແກ່ວິວັດການນີ້.
ກອງປະຊຸມ ຕີລາຄາກ່ຽວກັບການປະຕິບັດ ມະຕິເລກທີ 2118 (ປີ 2013) ທີ່ກ່ຽວຂ້ອງເຖິງບັນຫາອາວຸດເຄມີ ຢູ່ ຊີຣີ 

ວັນທີ 4 ຕຸລາ ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມ ຕີລາຄາກ່ຽວກັບການປະຕິບັດ ມະຕິເລກທີ 2118 (ປີ 2013) ທີ່ກ່ຽວຂ້ອງເຖິງບັນຫາອາວຸດເຄມີ ຢູ່ ຊີຣີ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ຢັ້ງຢືນຄືນໃໝ່ຫຼັກໝັ້ນຂອງ ຫວຽດນາມ ໃນການກ່າວປະນາມການກະທຳລະເມີດການນຳໃຊ້ອາວຸດເຄມີ ແລະ ເນັ້ນໜັກເຖິງເລື່ອງຕ້ອງເຄົາລົບ ແລະ ປະຕິບັດຢ່າງຄົບຖ້ວນສົນທິສັນຍາ ຫ້າມອາວຸດເຄມີ. ຜູ້ຕາງໜ້າ ຫວຽດນາມ ໄດ້ຍົກສູງບົດບາດຂອງ ຜູ້ທີ່ປຶກສາດ້ານເຕັກນິກ ລະຫວ່າງ ຊີຣີ ແລະ ຄະນະເລຂາອົງການຈັດຕັ້ງ ຫ້າມອາວຸດເຄມີ ເພື່ອແນໃສ່ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ ທີ່ກ່ຽວຂ້ອງເຖິງການແຈ້ງໃນເບື້ອງຕົ້ນໂດຍໄວ, ເພື່ອແນໃສ່ຊອກຫາມາດຕະການຍາວນານໃຫ້ແກ່ ບັນຫາອາວຸດເຄມີ ຢູ່ຊີຣີ ທີ່ເໝາະສົມກັບມະຕິເລກທີ 2118. ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງ ການຮ່ວມມືທີ່ມີລັກສະນະສ້າງສັນ ແລະ ຄວາມເປັນເອກະພາບຂອງປະຊາຄົມສາກົນ ເພື່ອແນໃສ່ສ້າງເງື່ອນໄຂຢ່າງສະດວກໃຫ້ແກ່ວິວັດການນີ້.
 (ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top