• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ-ລາວ ເຫັນ​ດີ​ຈະ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ເປັນ​ຢ່າງ​ດີ

ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນກີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽກນາມ ຟ້າມບິນມິນ ໄດ້ໄປຢ້ຽມຢາມລາວ ຢ່າງເປັນທາງການແຕ່ວັນທີ 29-30 ພະຈິກ ແລະ ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືດ້ານການເມືອງປະຈຳປີຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ-ລາວ ຄັ້ງທີ 7.

(ພາບ: TTXVN)

ທີ່ກອງປະຊຸມຈັດຂຶ້ນໃນຕອນບາຍຂອງວັນທີ 29 ພະຈິກ, ສອງຝ່າຍໄດ້ເຫັນດີເປັນເອກະສັນ ຈະສືບຕໍ່ສົມທົບກັນຮັບໃຊ້ບັນດາການໄປຢ້ຽມຢາມ ແລະ ພົບປະຂັ້ນສູງໃຫ້ເປັນຢ່າງດີ; ປະກອບສ່ວນກະກຽມໃຫ້ແກ່ກອງປະຊຸມຄະນະກຳມະການ ລະຫວ່າງລັດຖະບານ ຫວຽດນາມ-ລາວ ຄັ້ງທີ 43 ໂດຍພາຍໃຕ້ການເປັນປະທານ ຂອງທ່ານນາຍົກລັດຖະມົນຕີສອງປະເທດ; ຫນູນຊ່ວຍ ແລະ ສົມທົບກັບບັນດາກະຊວງ, ຂະແຫນງການທີ່ກ່ຽວຂ້ອງຂອງສອງປະເທດ ເພື່ອປະຕິບັດບັນດາຂໍ້ຕົກລົງ, ໂຄງການ, ລາຍການຮ່ວມມື ຫວຽດນາມ-ລາວ ເປັນຢ່າງດີ, ໂດຍສະເພາະແມ່ນບັນດາໂຄງການຈຸດສຸມ.

   ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽກນາມ ຟ້າມບິນມິນ ຢືນຢັນວ່າ ຫວຽກນາມ ຈະຕັ້ງຫນ້າສົມທົບ ແລະ ສະຫນັບສະຫນູນລາວ ຈັດຕັ້ງກອງປະຊຸມຂັ້ນສູງ ຍຸດທະສາດຮ່ວມມືເສດຖະກິດ Ayaoadi ChaoPhraya - ແມ່ຂອງ (ACMECS) ຄັ້ງທີ 9, ກອງປະຊຸມຂັ້ນສູງ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 10 ແລະ ກອງປະຊຸມຂັ້ນສູງສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11 (CLV) ສຳເລັດຜົນ.

   ລັດຖະມົນຕີສອງທ່ານເຫັນດີເປັນເອກະສັນ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ເປັນເຈົ້າການ ແລະ ຕັ້ງໜ້າແບ່ງປັນຂໍ້ມູນຂ່າວສານ ແລກປ່ຽນທັດສະນະ ແລະ ສົມທົບຫຼັກໝັ້ນປຶກສາຫາລືຢູ່ໃນທຸກຊ່ອງ ແລະ ທຸກຂັ້ນ.

  ເນື່ອງໃນໂອກາດທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽກນາມ ຟ້າມບິນມິນ ໄປຢ້ຽມຢາມລາວ ຄັ້ງນີ້, ບໍລິສັດການບິນແຫ່ງຊາດຫວຽດນາມ (VNA) ໄດ້ເຊື່ອມຕໍ່ສາຍການບິນການຄ້າທຳອິດລະຫວ່າງ ຮ່າໂນ້ຍ-ວຽງຈັນ ຄືນໃໝ່ ນັບແຕ່ເມື່ອໂລກລະບາດໂຄວິດ 19 ເກີດຂຶ້ນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top