• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດອາ​ຊີ-ເອີ​ລົບຄັ້ງ​ທີ 14

ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊີ-ເອີລົບຄັ້ງທີ 14 (FMM14), ໄດ້ໄຂຂຶ້ນໃນວັນທີ 16 ທັນວາ, ທີ່ ນະຄອນຫຼວງ Madrid, ປະເທດແອດສະປາຍ.

ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມເຂົ້າຮ່ວມກອງປະຊຸມ (ພາບ: baoquocte.vn) 

ເຂົ້າຮ່ວມກອງປະຊຸມມີບັນດາລັດຖະມົນຕີກະຊວງການຕ່າງປະເທດແລະບັນດາຫົວໜ້າຄະນະຂອງ 53 ປະເທດສະມາຊິກເວທີປາໄສການຮ່ວມມືອາຊີ-ເອີລົບ (ASEM), ປະກອບມີ 21 ປະເທດທະວີບອາຊີ, 30 ປະເທດທະວີບເອີລົບແລະສະຫະພາບເອີລົບ (EU) ພ້ອມດ້ວຍຄະນະເລຂາທິການສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ASEAN). ຄະນະຜູ້ແທນຫວຽດນາມເຊິ່ງນຳໂດຍທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມເຂົ້າຮ່ວມກອງປະຊຸມ.

        ກ່າວປາໄສທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຟ້າມບິ່ງມິງ ໄດ້ເນັ້ນໜັກເຖິງການຮ່ວມມືຫຼາຍຝ່າຍທີ່ມີຄວາມສຳຄັນເປັນພິເສດໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ, ຢັ້ງຢືນວ່າ: ໃນຖານະທີ່ເປັນສະມາຊິກບໍ່ປະຈຳການສະພາຄວາມໝັ້ນຄົງຂອງສະຫະປະຊາຊາດແລະເປັນປະທານອາຊຽນໃນປີ 2020,ຫວຽດນາມຈະສືບຕໍ່ຮ່ວມເດີນທາງພ້ອມກັບບັນດາປະເທດສະມາຊິກ ASEM ໃນການເພີ່ມທະວີພະລັງຊີວິດໃຫ້ແກ່ລະບົບການຮ່ວມມືຫຼາຍຝ່າຍແລະຊຸກຍູ້ການພົວພັນຄູ່ຮ່ວມມື ASEM ໃນບັນດາບັນຫາທົ່ວໂລກເພື່ອສັນຕິພາບແລະການພັດທະນາແບບຍືນຍົງໃນສອງພາກພື້ນແລະໃນທົ່ວໂລກ.

        ຢູ່ນອກກອງປະຊຸມ, ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີຫວຽດນາມໄດ້ມີບັນດາການພົບປະກັບລັດຖະມົນຕີກະຊວງການຕ່າງປະເທດຣູມານີ, ລັດຖະມົນຕີກະຊວງການຕ່າງປະເທດກາຊັກສະຖານ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດແອັດສະປາຍ,ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດອຽກລັງ, ລັດຖະມົນຕີກະຊວງການຕ່າງປະເທດບູນກາຣີ; ລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດຍີ່ປຸ່ນ, ໂປໂລຍ, ສະໂລເວນີ, ລັດຖະມົນຕີກະຊວງການຕ່າງປະເທດສະວິດແລະຫົວໜ້າຄະນະຜູ້ແທນປະເທດດານມາກຮ່ວມກັນແລກປ່ຽນກ່ຽວກັບບັນດາມາດຕະການລະອຽດໃນການຊຸກຍູ້ການພົວພັນຮ່ວມມືສອງຝ່າຍລະຫວ່າງຫວຽດນາມແລະບັນດາປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top