• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມືໃນຂົງເຂດຕຸລາການ

      ວັນທີ 14 ທັນວາ, ທີ່ນະຄອນຫລວງ ພະນົມເປັນ, ສານສູງສຸດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດຕັ້ງກອງປະຊຸມສານບັນດາແຂວງຊາຍແດນຄັ້ງທີ 5 ກ່ຽວກັບການເຄື່ອນໄຫວຕ້ານອາດຊະຍາກຳ ແລະ ແກ້ໄຂບັນດາຄະດີແພ່ງຂ້າມຊາຍແດນ

ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມືໃນຂົງເຂດຕຸລາການ
      ນັບແຕ່ພາຍຫລັງກອງປະຊຸມສານບັນດາແຂວງຊາຍແດນ 3 ປະເທດຄັ້ງທີ 1 ປີ 2010 ໄດ້ຈັດຕັ້ງຢູ່ ຫວຽດນາມ, ບັນດາການເຄື່ອນໄຫວຮ່ວມມືຂອງສານ 3 ປະເທດຢູ່ຂັ້ນສານສູງສຸດ ແລະ ຂັ້ນແຂວງ, ພິເສດແມ່ນບັນດາແຂວງຊາຍແດນ ນັບມື້ນັບບັນລຸໄດ້ໝາກຜົນທີ່ມີຄວາມໝາຍໃຫຍ່ຫລວງ ແລະ ຕັ້ງໜ້າ, ແຕ່ການຮ່ວມມືໃນຂົງເຂດອາຍາຕະຫລອດຮອດການແກ້ໄຂບັນດາຄະດີແພ່ງ, ໄດ້ປະກອບສ່ວນປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບຢູ່ແຕ່ລະປະເທດເວົ້າສະເພາະ ແລະ ຂອງພາກພື້ນເວົ້າລວມ; ສົ່ງຜົນກະທົບຕັ້ງໜ້າຕໍ່ວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຂອງແຕ່ລະປະເທດ. ທີ່ກອງປະຊຸມຄັ້ງນີ້, 3 ປະເທດສືບຕໍ່ປຶກສາຫາລືບົດຮຽນ ແລະ ບັນດາກົນໄກ ແນໃສ່ໜູນຊ່ວຍເຊິ່ງກັນ ແລະ ກັນໃນການຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາຍແດນ, ວິທີການແກ້ໄຂບັນດາຄະດີແພ່ງຂ້າມຊາຍແດນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top