• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ - ກໍາປູເຈຍ ເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານຢາເສບຕິດ

ວັນທີ  06 ທັນວາ, ຢູ່ນະຄອນຫຼວງວຽງຈັນ ຂອງປະເທດລາວ ໄດ້ດໍາເນີນກອງປະຊຸມສາມ 3 ຝ່າຍ ຂັ້ນລັດຖະມົນຕີຄັ້ງທີ 17 ລະຫວ່າງຫວຽດນາມ, ລາວ, ກໍາປູເຈຍ ກ່ຽວກັບການຮ່ວມມືໃນການປ້ອງກັນ, ຕ້ານຢາເສບຕິດ. 

ກອງປະຊຸມສາມ 3 ຝ່າຍ ຂັ້ນລັດຖະມົນຕີຄັ້ງທີ 17 ລະຫວ່າງຫວຽດນາມ, ລາວ, ກໍາປູເຈຍ ກ່ຽວກັບການຮ່ວມມືໃນການປ້ອງກັນ, ຕ້ານຢາເສບຕິດ (ພາບ:TTXVN)

ທ່ານພົນໂທ ເລກຸ໊ຍເວືອງ, ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ເປັນຫົວໜ້າຄະນະ, ເຂົ້າຮ່ວມກອງປະຊຸມ. ໃນບົດກ່າວປາໄສ, ທ່ານພົນໂທ ເລກຸ໊ຍເວືອງ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງເລື່ອງສາມປະເທດບ້ານໃກ້ເຮືອນຄຽງຫວຽດນາມ, ລາວ, ກໍາປູເຈຍ ພົບປະກັນໃນແຕ່ລະປີ ແນໃສ່ແລກປ່ຽນ ແລະ ແບ່ງປັນທັດສະນະ ກໍຄືປະສົບການ ເພື່ອສົມທົບກັນແກ້ໄຂບັນຫາຢາເສບຕິດ ເຊິ່ງພວມຜັນແປຢ່າງສັບສົນ ທັງຢູ່ໃນພາກພື້ນ ແລະ ໃນໂລກ; ຢັ້ງຢືນເຖິງຄໍາໝັ້ນສັນຍາ ແລະ ການຕັດສິນໃຈຂອງບັນດາກໍາລັງປ້ອງກັນ, ຕ້ານຢາເສບຕິດຂອງ ຫວຽດນາມ ໃນການເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນກັບຝ່າຍ ກໍາປູເຈຍ ແລະ ລາວ ໃນວຽກງານປ້ອງກັນ, ຕ້ານອາດຊະຍາກໍາເວົ້າລວມ ແລະ ຢາເສບຕິດເວົ້າສະເພາະ, ເພື່ອຊີວິດທີ່ສະຫງົບສຸກຂອງປະຊາຊົນ ແລະ ເພື່ອການພັດທະນາຢ່າງປອດໃສ, ຍືນຍົງຂອງແຕ່ລະຊົນຊາດ.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີນໍາກັນວ່າ ກອງປະຊຸມສາມຝ່າຍ ຫຼື ສອງຝ່າຍ ຂັ້ນລັດຖະມົນຕີຄັ້ງທີ 18 ລະຫວ່າງຫວຽດນາມ, ລາວ ແລະ ກໍາປູເຈຍ ກ່ຽວກັບການຮ່ວມມືໃນການປ້ອງກັນ, ຕ້ານຢາເສບຕິດ ຈະຈັດຂຶ້ນຢູ່ຫວຽດນາມໃນປີ 2019.

(ແຫຼ່ງຄັດຈາກ VOV)


ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top