• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ມາລົກ ມານະພະຍາຍາມປັບປຸງວົງເງິນການຄ້າ 2 ຝ່າຍ

      ຕອນບ່າຍວັນທີ 19 ທັນວາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາຕ່ຳ ລາຊະອານາຈັກ ມາລົກ Habib Al Malki.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານປະທານສະພາຕ່ຳ ລາຊະອານາຈັກ ມາລົກ Habib Al Malki.
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: 2 ປະເທດມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫລວງ ໃນການຮ່ວມມືພັດທະນາບັນດາຂົງເຂດຄື: ພະລັງງານສະອາດ, ການຜະລິດຝຸ່ນຟົດສະຟາດ, ທະນາຄານ, ເຕັກໂນໂລຢີ - ຂໍ້ມູນຂ່າວສານ, ການທ່ອງທ່ຽວ, ກະສິກຳ. ທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກວ່າ 2 ຝ່າຍຄວນແລກປ່ຽນບັນດາບົດຮຽນກ່ຽວກັບທ່າແຮງການພັດທະນາເສດຖະກິດ- ສັງຄົມ, ໜູນຊ່ວຍເພື່ອພ້ອມກັນພັດທະນາ; ພ້ອມກັນນັ້ນ ປັບປຸງວົງເງິນການຄ້າ 2 ຝ່າຍໃຫ້ເພີ່ມຂຶ້ນທົບ 5 ເທື່ອໃນປີ 2018 ຢ່າງວ່ອງໄວ.
        ສ່ວນທ່ານ ປະທານສະພາຕ່ຳ ມາລົກ Habib Al Malki ສະເໜີວ່າ 2 ຝ່າຍສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດ 2 ປະເທດເພີ່ມທະວີການພົບປະແລກປ່ຽນ ແລະ ຊອກຫາກາລະໂອກາດຮ່ວມມື. ຝ່າຍ ມາລົກ ກໍ່ປາດຖະໜາຢາກ ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ເປັນຕົ້ນແມ່ນ ປາດຖະໜາຢາກໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະຢ້ຽມຢາມ ປະເທດ ມາລົກ ຢ່າງເປັນທາງການ ເພື່ອເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top