• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ອາເມລິກາ ລົງນາມ ບົດບັນທຶກຊ່ວຍຈຳກ່ຽວກັບການເພີ່ມທະວີກຳລັງຄວາມສາມາດໃນການປະຕິບັດກົດໝາຍວ່າດ້ວຍສິນໃນນ້ຳ

      ວັນທີ 22 ກໍລະກົດ, ຢູ່ຮ່າໂນ້ຍ, ກົມໃຫຍ່ສິນໃນນ້ຳ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ) ແລະ ກົມປ້ອງກັນຄວບຄຸມຢາເສບຕິດ ແລະ ປະຕິບັດກົດໝາຍສາກົນ (ກະຊວງການຕ່າງປະເທດ ອາເມລິກາ) ໄດ້ລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການເພີ່ມທະວີກຳລັງຄວາມສາມາດໃນການປະຕິບັດກົດໝາຍວ່າດ້ວຍສິນໃນນ້ຳ.
ພິທີ  ລົງນາມ ບົດບັນທຶກຊ່ວຍຈຳກ່ຽວກັບການເພີ່ມທະວີກຳລັງຄວາມສາມາດໃນການປະຕິບັດກົດໝາຍວ່າດ້ວຍສິນໃນນ້ຳ
(ພາບ:
BNEWS/TTXVN)
      ບັນດາການເຄື່ອນໄຫວຮ່ວມມືຈະໄດ້ຜັນຂະຫຍາຍຕາມບົດບັນທຶກນີ້ລວມມີ: ການສ້າງ ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມື/ໂຄງການໜູນຊ່ວຍດ້ານເຕັກນິກໃຫ້ແກ່ບັນດາອົງການປະຕິບັດກົດໝາຍວ່າດ້ວຍສິນໃນນ້ຳຂອງຫວຽດນາມເພື່ອປ້ອງກັນ, ຕ້ານ ແລະ ສະກັດກັ້ນການເຄື່ອນໄຫວຂຸດຄົ້ນສິນທະເລທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU), ບັນດາອາດຊະຍາກຳທີ່ກ່ຽວຂ້ອງເຖິງອາຊີບຫາປາ, ການສະໜອງຂໍ້ມູນຂ່າວສານກ່ຽວກັບການບຳລຸງສ້າງ, ເຕັກນິກໃນການສືບສວນ ຫຼືການສຶກສາປະຕິບັດກົດໝາຍສາກົນໃຫ້ແກ່ບັນດາພະນັກງານປະຕິບັດກົດໝາຍ, ໜູນຊ່ວຍສ້າງບັນດາຮາກຖານບຳລຸງສ້າງ, ຝຶກອົບຮົບໂດຍສອງຝ່າຍຕົກລົງກັນ ແລະ ເຫັນດີເປັນເອກະພາບ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top