• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ ເພີ່ມທະວີນ້ຳໃຈມິດຕະພາບ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ


ທ່ານ​ນາງ ຫວໍ​ທິຢຸງ ຮອງ​ເລຂາ​ຄະນະ​ພັກ​ນະຄອນ​ ​ໂຮ່ຈີ​ມິ​ງ
ແລະ ​ທ່ານ​ນາ​ງປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້
(ພາບ: TTXVN)

      ​ໃນ​ຂອບ​ເຂດ​ການ​ຢ​້ຽມຢາມ​ອວຍພອນ​ບຸນປີ​ໃໝ່​ຂອງ​ປະຊາຊົນ​ ລາວ ບັນດາ​ເຜົ່າ ລາວ, ຕອນ​ເຊົ້າ​ວັນ​ທີ 11/04, ຄະນະ​ຜູ້​ແທນ​ນະຄອນ ​ໂຮ່ຈີ​ມິ​ງ ​ໂດ​ຍທ່ານ​ນາງ ຫວໍ​ທິຢຸງ ຮອງ​ເລຂາ​ຄະນະ​ພັກ​ນະຄອນ​ນຳ​ໜ້າ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ນາ​ງປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້. ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້ ຂອບ​ໃຈ​ນະຄອນ ​ໂຮ່ຈີ​ມິງ ​ໄດ້​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ໜ້ອຍ​ໃຫ້​ແກ່ ລາວ, ຢືນຢັນ​ວ່າ: ບັນດາບົດຮຽນ​ດັ່ງກ່າວມີ​ຜົນ​ປະ​ໂຫຍດ ​ແລະ  ລາວ ພວມ​ໝູນ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ​ເວົ້າ​ລວມ ​ແລະ ນະຄອນ ​ໂຮ່ຈີ​ມິ​ງ ​ເວົ້າ​ສະ​ເພາະ ຈະ​ສືບ​ຕໍ່​ແບ່ງປັນ​ກັບ ລາວ ກ່ຽວ​ກັບ​ບົດຮຽນ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ທີ່​ດິນ ​ເພື່ອ​ຊ່ວຍ ລາວ ນຳ​ໃຊ້​ແຫຼ່ງຊັບພະຍາກອນທຳ​ມະ​ຊາດ​ອັນ​ລ້ຳ​ຄ່າ​ນີ້​ ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ພາລະກິດ​ສ້າງສາ​ ​ແລະ ພັດທະນາ​ປະ​ເທດ​ຊາດຢ່າງ​ມີ​ປະສິດທິ​ຜົນ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top