• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ບຣາຊິນ ເພີ່ມທະວີການຮ່ວມມືໃນຂົງເຂດນິຕິບັນຍັດ

ວັນທີ 24 ເມສາ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ນຳໜ້າໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາສູງ ບຣາຊິນ Davi Alcolumbre.
ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ເຂົ້າຢ້ຽມຂ່ຳນັບ
ທ່ານປະທານສະພາສູງ ບຣາຊິນ Davi Alcolumbre (ພາບ:TTXVN)

ທີ່ການພົບປະ, ທ່ານປະທານສະພາສູງ ບຣາຊິນ Davi Alcolumbre ເນັ້ນໜັກວ່າ: ການຢ້ຽມຢາມຂອງຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບສ່ວນນຳການພົວພັນລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່, ແທດຈິງ ແລະ ມີປະສິດທິຜົນກ່ວາ. ສະພາສູງ ບຣາຊິນ ປາດຖະໜາຢາກໄປຢ້ຽມຢາມ ຫວຽດນາມ ໃນໄລຍະໄວໆນີ້ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດ, ຊຸກຍູ້ການພົວພັນມິດຕະພາບລະຫວ່າງ 2 ປະເທດ.

ສ່ວນທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະ ປາດຖະໜາຢາກຊຸກຍູ້ການພົວພັນກັບ ບຣາຊິນ ຢ່າງຮອບດ້ານ, ນຳການພົວພັນຮ່ວມມື 2 ຝ່າຍພັດທະນາ, ເປັນຕົ້ນແມ່ນໃນບັນດາຂົງເຂດເສດຖະກິດ, ການລົງທຶນ ແລະ ການຄ້າ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ໃຫ້ເໝາະສົມກັບການພົວພັນດ້ານການເມືອງ ແລະ ຄວາມສາມາດບົ່ມຊ້ອນຂອງ 2 ປະເທດ.

ກ່ອນໜ້ານັ້ນ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລຶວ ກໍ່ມີການພົບປະກັບທ່ານຮອງປະທານສະພາຕ່ຳຜູ້ທີ 1 ຂອງ ບຣາຊິນ Marcos Pereira ແລະ ມີການພົບປະກັບທ່ານນາງ Sorroco Gomez ຫົວໜ້າສູນສັນຕິພາບເພື່ອຄວາມສາມັກຄີບັນດາຊົນເຜົ່າ ແລະ ຕໍ່ສູ້ເພື່ອສັນຕິພາບຂອງ ບຣາຊິນ, ທັງເປັນປະທານສະພາສັນຕິພາບ ໂລກ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top