• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ມາເລເຊຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ຕອນບ່າຍວັນທີ 24 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາງ Wan Azizah Wan Ismail, ຮອງນາຍົກລັດຖະມັນຕີ ມາເລເຊຍທີ່ກຳລັງ ຢ້ຽມຢາມ ຫວຽດນາມ. 

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບທ່ານນາງ Wan Azizah Wan Ismail, ຮອງນາຍົກລັດຖະມັນຕີ ມາເລເຊຍ

ທ່ານນາງປະທານສະພາແຫ່ງຊາດຖືວ່າ ການຢ້ຽມຢາມຂອງທ່ານນາງຮອງນາຍົກລັດຖະມົນຕີ ມາເລເຊຍ ມີຄວາມໝາຍສຳຄັນອັນໃຫຍ່ຫຼວງ, ເຊິ່ງໄດ້ດຳເນີນກົງກັບໂອກາດທີ່ສອງປະເທດ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ມາເລເຊຍ (1973 -2018); ການຢ້ຽມຢາມຈະນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ພ້ອມນັ້ນ ກໍ່ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງຝ່າຍໃຫ້ແໜ້ນແຟ້ນກວ່າເກົ່າ.

 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາຖະໜາຢາກໃຫ້ສະພາແຫ່ງຊາດ ມາເລເຊຍ ພິຈາລະນາໃຫ້ສັດຕະຍາບັນໂດຍໄວ ເພື່ອໃຫ້ສັນຍາ CPTPP ມີຜົນບັງຄັບໃຊ້ ແລະ ກ້າວເຂົ້າສູ່ການຜັນຂະຫຍາຍ, ປະກອບສ່ວນຊຸກຍູ້ການຄ້າເສລີ ແລະ ການຮ່ວມສຳພັນເສດຖະກິດພາກພື້ນ.

ທ່ານນາງ ຮອງນາຍົກລັດຖະມົນຕີ ມາເລເຊຍ Wan Azizah Wan Ismail ຫັວງວ່າການພົວພັນສອງປະເທດຈະນັບມື້ນັບແໜ້ນແຟ້ນ ແລະ ອົບອຸ່ນ, ພິເສດແມ່ນໃນການພົວພັນການທູດ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານນາງ ຮອງນາຍົກລັດຖະມົນຕີ ມາເລເຊຍ Wan Azizah Wan Ismail ໄດ້ຕີລາຄາສູງການປະສານສົມທົບລະຫວ່າງສອງປະເທດ ໃນບັນດາເວທີປາໄສພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ, ອາຊຽນ, APEC, ASEM. ການນຳທັງສອງໄດ້ເຫັນດີເປັນເອກະພາບໂດຍຖືວ່າ ເຊິ່ງແມ່ນບັນດາປະເທດທີ່ມີຜົນປະໂຫຍດໂດຍກົງໃນບັນຫາທະເລຕາເວັນອອກ, ສອງຝ່າຍຄວນຕັ້ງໜ້າຮ່ວມມືກັບບັນດາປະເທດ ອາຊຽນ ອື່ນ ຮ່ວມສົມທົບຫຼັກໝັ້ນ, ປັບປຸງຄວາມສາມັກຄີ, ບົດບາດຂອງ ອາຊຽນ ໃນການແກ້ໄຂບັນຫາທະເລຕາເວັນອອກ ໂດຍສັນຕິວິທີ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top