
ທ່ານປະທານປະເທດເຈີນດ້າຍກວາງ ແລະ ທ່ານນາງ Amira Elfadil Mohamed Elfadil
ຜູ້ຮັກສາການປະທານຄະນະກຳມະການ ສະຫະພາບອາຟຼິກາ
ທ່ານປະທານປະເທດເຈີນດ້າຍກວາງ ຢືນຢັນ: ຫວຽດນາມ ແລະ ບັນດາປະເທດ ອາຟຼິກາ ຍາມໃດກໍ່ຮຽງບ່າງຮຽງໄລ່ກັນສະຫນັບສະຫນູນ ແລະ ຫນູນຊ່ວຍເຊິ່ງກັນ ແລະກັນໃນການຕໍ່ສູ້ປົດປ່ອຍຊາດກ່ອນນີ້ ແລະ ໃນພາລະກິດພັດທະນາເສດຖະກິດປະຈຸບັນ. ທ່ານປະທານປະເທດເຈີນດ້າຍກວາງ ເນັ້ນຫນັກເຖິງນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນຖືການພົວພັນກັບບັນດາປະເທດ ອາຟຼິກາເປັນສຳຄັນ, ປະຈຸບັນ ຫວຽດນາມ ມີການພົວພັນທາງການທູດຢ່າງເປັນທາງການກັບ 53/55 ປະເທດ ອາຟຼິກາ.
ທ່ານນາງ Amira Elfadil Mohamed Elfadil ຜູ້ຮັກສາການປະທານຄະນະກຳມະການ ສະຫະພາບອາຟຼິກາ ຕີລາຄາສູງເລື່ອງຫວຽດນາມ ໄດ້ເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊ ປະກອບສ່ວນຮັກສາສັນຕິພາບຢູ່ ອາຟຼິກາ ແລະ ຕີລາສູງການພົວພັນຮ່ວມມືລະຫວ່າງບັນດາປະເທດ ອາຟຼິກາ ກັບຫວຽດນາມ ແລະ ປາດຖະຫນາຢາກຫວຽດນາມ ແມ່ນຂົວຕໍ່ກັບອາຊີ, ພິເສດແມ່ນບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້.
(ແຫຼ່ງຄັດຈາກ VOV)