ຂ່າວສານ

ຫວຽດນາມ ແລະບັນດາປະເທດ ອາຟຼິກາ ຍາມໃດກໍ່ສະຫນັບສະຫນູນແລະຫນູນຊ່ວຍເຊິ່ງກັນແລະກັນ

      ໃນຂອບເຂດການຢ້ຽມຢາມ ເອທີໂອປີ, ຕອນບ່າຍວັນທີ 24 ສິງຫາ ທ່ານປະທານປະເທດເຈີນດ້າຍກວາງ ໄດ້ໄປຢ້ຽມຢາມສຳນັກງານ ສະຫະພາບອາຟິິິີິຼີກາ ແລະ ພົບປະກັບຜູ້ຮັກສາການປະທານຄະນະກຳມະການ ສະຫະພາບອາຟຼິກາ ທ່ານນາງ Amira Elfadil Mohamed Elfadil. 

ທ່ານປະທານປະເທດເຈີນດ້າຍກວາງ ແລະ ທ່ານນາງ Amira Elfadil Mohamed Elfadil
ຜູ້ຮັກສາການປະທານຄະນະກຳມະການ ສະຫະພາບອາຟຼິກາ
      ທ່ານປະທານປະເທດເຈີນດ້າຍກວາງ ຢືນຢັນ: ຫວຽດນາມ ແລະ ບັນດາປະເທດ ອາຟຼິກາ ຍາມໃດກໍ່ຮຽງບ່າງຮຽງໄລ່ກັນສະຫນັບສະຫນູນ ແລະ ຫນູນຊ່ວຍເຊິ່ງກັນ ແລະກັນໃນການຕໍ່ສູ້ປົດປ່ອຍຊາດກ່ອນນີ້ ແລະ ໃນພາລະກິດພັດທະນາເສດຖະກິດປະຈຸບັນ. ທ່ານປະທານປະເທດເຈີນດ້າຍກວາງ ເນັ້ນຫນັກເຖິງນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນຖືການພົວພັນກັບບັນດາປະເທດ ອາຟຼິກາເປັນສຳຄັນ, ປະຈຸບັນ ຫວຽດນາມ ມີການພົວພັນທາງການທູດຢ່າງເປັນທາງການກັບ 53/55 ປະເທດ ອາຟຼິກາ.
ທ່ານນາງ Amira Elfadil Mohamed Elfadil ຜູ້ຮັກສາການປະທານຄະນະກຳມະການ ສະຫະພາບອາຟຼິກາ ຕີລາຄາສູງເລື່ອງຫວຽດນາມ ໄດ້ເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊ ປະກອບສ່ວນຮັກສາສັນຕິພາບຢູ່ ອາຟຼິກາ ແລະ ຕີລາສູງການພົວພັນຮ່ວມມືລະຫວ່າງບັນດາປະເທດ ອາຟຼິກາ ກັບຫວຽດນາມ ແລະ ປາດຖະຫນາຢາກຫວຽດນາມ ແມ່ນຂົວຕໍ່ກັບອາຊີ, ພິເສດແມ່ນບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້.  
 (ແຫຼ່ງຄັດຈາກ VOV)

top