• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ຈີນ ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

      ທີ່ການພົບປະ, 2 ຝ່າຍເຫັນດີເປັນເອກະສັນສົມທົບກັນຢ່າງແໜ້ນແຟ້ນກະກຽມເປັນຢ່າງດີໃຫ້ແກ່ການຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ APEC 2017 ຂອງທ່ານ ສີຈີ້ຜິງ, ເລຂາທິການໃຫຍ່, ປະທານປະເທດ ຈີນ 

ທ່ານ ຟ້າມບີ່ງມິງ ແລະ ທ່ານ ອວາງອີ 
      ຕອນບ່າຍວັນທີ 2 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ໄດ້ເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ອວາງອີ ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 2 -3 ພະຈິກ. ທີ່ການພົບປະ, 2 ຝ່າຍເຫັນດີເປັນເອກະສັນສົມທົບກັນຢ່າງແໜ້ນແຟ້ນກະກຽມເປັນຢ່າງດີໃຫ້ແກ່ການຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ APEC 2017 ຂອງທ່ານ ສີຈີ້ຜິງ, ເລຂາທິການໃຫຍ່, ປະທານປະເທດ ຈີນ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ. 2 ຝ່າຍເຫັນດີເປັນເອກະສັນຮັກສາບັນດາການຢ້ຽມຢາມ ແລະ ການພົບປະລະຫວ່າງການນຳຂັ້ນສູງ 2 ປະເທດ; ຍູ້ແຮງການພົວພັນແລກປ່ຽນ, ການຮ່ວມມືລະຫວ່າງ 2 ພັກ, ສະພາແຫ່ງຊາດ ແລະ ແນວໂຮມປະເທດຊາດ 2 ປະເທດ; ເພີ່ມທະວີບັນດາກົນໄກຮ່ວມມືລະຫວ່າງບັນດາຂະແໜງການຄື: ການທູດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປະຕິບັດກົດໝາຍ… ກ່ຽວກັບບັນຫາບົນທະເລ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ສະເໜີ 2 ຝ່າຍປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ພັກ, 2 ລັດ; “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳແກ້ໄຂບັນຫາບົນທະເລ ຫວຽດນາມ - ຈີນ”; ເສີມຂະຫຍາຍບັນດາກົນໄກເຈລະຈາ ແລະ ການຮ່ວມມືທີ່ມີຢູ່ແລ້ວເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ; ເດັດດຽວແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982…
    ສ່ວນຝ່າຍຈີນ, ທ່ານລັດຖະມົນຕີການຕ່າງປະເທດ ອວາງອີ ເນັ້ນໜັກວ່າ: ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ເລືອກເຟັ້ນ ຫວຽດນາມ ແມ່ນປະເທດ ທຳອິດ ໃນການຢ້ຽມຢາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດ ຈີນ ໄດ້ສະແດງໃຫ້ເຫັນວ່າ ພັກ, ລັດ ຈີນ ແລະ ໃນສ່ວນຕົວ ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ເອງ ຖືເປັນສຳຄັນໃນລະດັບສູງສຸດການພັດທະນາສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືຮອບດ້ານກັບ ຫວຽດນາມ. ທ່ານລັດຖະມົນຕີ ອວາງອີ ຢັງຢືນວ່າ: ຈີນ ສະໜັບສະໜູນ ຫວຽດນາມ ຈັດຕັ້ງກອງປະຊຸມສຸດຍອດ APEC 2017 ປະສົມຜົນສຳເລັດ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top