• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ລາວ ແລກ ປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ

      ຕອນເຊົ້າວັນທີ 11 ຕຸລາ, ຢູ່ນະຄອນເຫວ້, ແຂວງເທື່ອທຽນ - ເຫວ້, ຄະນະສາສະໜາລັດຖະບານ ຫວຽດນາມ ສົມທົບກັບ ສູນກາງແນວລາວສ້າງຊາດ ຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ. 

ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ (ພາບ: thuathienhue.gov.vn)
      ນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍຮ່ວມກັນແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບວຽກງານສາສະໜາ; ຍົກສູງຄຸນນະພາບ ແລະ ປະສິດທິພາບຂອງວຽກງານຄຸ້ມຄອງລັດ ສຳລັບບັນດາການເຄື່ອນໄຫວດ້ານສາສະໜາໃນທ່າອ່ຽງການຫັນເປັນໂລກາພິວັດ. ສອງຝ່າຍສຸມໃສ່ປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປະກອບສ່ວນຮັກສາຄວາມສະຖຽນລະພາບທາງດ້ານການເມືອງ, ການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມໄວ້ໃຫ້ໝັ້ນຄົງ ເພື່ອຮັບໃຊ້ໃຫ້ພາລະກິດສ້າງສາ ແລະ ການພັດທະນາຂອງແຕ່ລະປະເທດ. ທ່ານ ວູ້ຈຽນທັງ, ຫົວໜ້າຄະນະສາສະໜາລັດຖະບານ ຫວຽດນາມ ໃຫ້ຮູ້ວ່າ: ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ ຄັ້ງທີ 7 ແມ່ນໂອກາດເພື່ອໃຫ້ພວກເຮົາໄດ້ພ້ອມກັນແບ່ງປັນບົດຮຽນ ແລະ ບັນດາປະສົບການຕົວຈິງໃນວຽກງານສາສະໜາຂອງແຕ່ລະປະເທດ. ຜ່ານນັ້ນຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງ ແລະ ເພີ່ມທະວີປະສິດທິພາບໃນການຄຸ້ມຄອງ, ປະສິດທິຜົນກ່ຽວກັບວຽກງານສາສະໜາກວ່າອີກ, ປະກອບສ່ວນສຳຄັນເຂົ້າໃນພາລະກິດຮັກສາສະຖຽນລະພາບຂອງສັງຄົມ, ສ້າງສາ ແລະ ພັດທະນາປະເທດຊາດໃຫ້ນັບມື້ນັບ ຮັ່ງມີເຂັ້ມແຂງ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top