• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ລາວແບ່ງປັນບົດຮຽນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວງ​ຟຸກ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​
ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ລາວ ສົມ​ມາດ ພົນ​ເສນາ
      ຕອນ​ເຊົ້າ​ວັນ​ທີ 24/12, ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວງ​ຟຸກ​ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ລາວ ສົມ​ມາດ ພົນ​ເສນາ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວງ​ຟຸກ​ ຫວັງ​ວ່າ ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມສອງ​ປະ​ເທດ​ຍູ້​ແຮງ​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ເຊິ່ງລັດຖະບານ​ສອງ​ປະ​ເທດ​ໄດ້​ມອບ​ໝາຍ​ໃຫ້ ​ແລະ​ບັນດາ​ບົດ​ບັນທຶກ​ຂໍ້​ຕົກລົງ​ຂັ້ນ​ສູງ​ເຊັ່ນ​ປະຕິບັດ​ໃຫ​້ຖືກ​ຕາມ​ຄວາມ​ຄືບ​ໜ້າ, ຮັບປະກັນ​ຄຸນ​ນະພາ​ບບັນດາ​ກິດຈະກຳ, ​ໂຄງການ​ຮ່ວມ​ມື​ກັບ​ລາວ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວງ​ຟຸກ​ ສະ​ເໜີ​ລາວ​ພ້ອມ​ກັບ ຫວຽດນາມ​ຄົ້ນ​ຄ້ວາ ​ແລະ ພິຈາລະນາ​ຄວາມ​ສາມາດ​ເຂົ້າ​ຮ່ວມ​ສົນທິສັນຍາ​ປົກ​ປັກ​ຮັກສາ ​ແລະ ນຳ​ໃຊ້​ບັນດາ​ກະ​ແສ​ນ້ຳ​ຂ້າມ​ຊາຍ​ແດນ ​ແລະ ໜອງ​ສາກົນ. ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ບົດຮຽນ​ພັດທະນາ​ຂອງ ຫວຽດນາມ​ກັບ​ລາວ ​ເພື່ອ​ບໍ່​ຖືກ​ຄວາມ​ເສຍ​ຫາຍ​​ໂດຍ​ສິ່ງ​ແວດ​ລ້ອມກໍ່​ຂຶ້ນ.
ສ່ວນ ທ່ານ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ລາວ ສົມ​ມາດ ພົນ​ເສນາ ກໍ່​ຢືນຢັນ​ວ່າ, ການ​ເຄື່ອນ​ໄຫວ​ກໍ່ສ້າງ​ບັນດາ​ກິດຈະກຳ​ເຂື່ອນ​ໄຟຟ້າ​ຢູ່​ຕາມ​ແມ່​ນ້ຳຂອງ ຈະ​ປະຕິບັດ​ຕາມ​ຂໍ້​ກຳນົດ​ຂອງ​ກຳມາ​ທິການ​ແມ່​ນ້ຳຂອງ​ສາກົນ ​ແລະ ກົດໝາຍ​ສາກົນ, ນຳ​ໃຊ້​ຊັບພະຍາກອນ​ນີ້​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ໝັ້ນຄົງ​ໃຫ້​ທັງ​ສອງ​ປະ​ເທດ ກໍ່​ຄື​ບັນດາ​ປະ​ເທດ​ອື່ນໆ.
(ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top