• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເປັນເຈົ້າພາບຈັດ ASEAN Para Games 11 ຢ່າງເປັນທາງການ

ຫວຽດນາມ ຈະຈັດການແຂ່ງຂັນ 11 ປະເພດຢູ່ຫຼາຍສະຖານທີ່ຄື: ແລ່ນ ແລະ ລານ, ລອຍນ້ຳ, ຍົກນ້ຳໜັກ… ນີ້ກໍ່ແມ່ນເນື້ອໃນສຳຄັນທີ່ສຸດເຊິ່ງບັນດາປະເທດມີຄວາມສົນໃຈ ແລະ ປຶກສາຫາລື.
ຝ່າຍຫວຽດນາມ ເຂົ້າຮ່ວມກອງປະຊຸມ. (ພາບ: tdtt.gov.vn)

ວັນທີ 25 ກຸມພາ, ຕາມແຫຼ່ງຂ່າວຈາກກົມໃຫຍ່ກິລາກາຍຍະກຳ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ແລ້ວ, ກອງປະຊຸມຄັ້ງທີ 2 ຂອງກອງປະຊຸມສະພາກິລາຄົນພິການບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (APSF) ແລະ ວຽກງານຈັດຕັ້ງ ASEAN Para Games 11 ໄດ້ຈັດຂຶ້ນທາງອອນລາຍ.

        ທີ່ກອງປະຊຸມ, ການນຳສະຫະພັນກິລາຄົນພິການອາຊີຕາເວັນອອກສ່ຽງໃຕ້ ໄດ້ປະກາດບົດບັນທຶກກ່ຽວກັບການຍົກເລີກການຈັດຕັ້ງ ASEAN Para Games 10 ຢູ່ ຟີລິບປິນ; ໃຫ້ສັດຕະຍາບັນການມອບສິດຈັດຕັ້ງ ASEAN Para Games 11 ໃຫ້ແກ່ຫວຽດນາມ ແລະ ຕົກລົງຈັດກອງປະຊຸມໃຫຍ່ຄະນະບໍລິຫານງານສະຫະພັນກິລາຄົນພິການອາຊີຕາເວັນອອກສ່ຽງໃຕ້ທີ່ ຈະຈັດຂຶ້ນໃນເດືອນ ທັນວາ 2021 ຢູ່ຮ່າໂນ້ຍ.

        ທີ່ກອງປະຊຸມ, ຝ່າຍເຈົ້າພາບຫວຽດນາມ ໄດ້ລາຍງານເບື້ອງຕົ້ນວຽກງານກະກຽມງານມະຫາກຳກິລາເຖິງບັນດາສະມາຊິກ. ຕາມນັ້ນແລ້ວ, ຫວຽດນາມ ຈະຈັດການແຂ່ງຂັນ 11 ປະເພດຢູ່ຫຼາຍສະຖານທີ່ຄື: ແລ່ນ ແລະ ລານ, ລອຍນ້ຳ, ຍົກນ້ຳໜັກ… ນີ້ກໍ່ແມ່ນເນື້ອໃນສຳຄັນທີ່ສຸດເຊິ່ງບັນດາປະເທດມີຄວາມສົນໃຈ ແລະ ປຶກສາຫາລື.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top