• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມຢ່າງຕັ້ງໜ້າໃນການສ້າງບັນດາເສົາຄ້ຳປະຊາຄົມ ອາຊຽນ ປີ 2017

      ຕາມທ່ານຮອງລັດຖະມົນຕີ ຫງວຽນກວກຢູ້ງ ແລ້ວ, ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໄດ້ຮັບການສະແດງອອກຜ່ານ 3 ເສົາຄ້ຳ ນັ້ນແມ່ນ: ການເມືອງ; ຄວາມໝັ້ນຄົງ; ເສດຖະກິດ ແລະ ວັດທະນະທຳ -ສັງຄົມ

ກອງປະຊຸມກ່ຽວກັບເສົ້າຄ້ຳ ອາຊຽນ
(ພາບ: Nguyễn Khang/TTXVN)
      ຫວຽດນາມ ເຂົ້າຮ່ວມຢ່າງຕັ້ງໜ້າໃນການສ້າງບັນດາເສົາຄ້ຳປະຊາຄົມ ອາຊຽນ ປີ 2017 - ນີ້ແມ່ນການຢັ້ງຢືນຂອງທ່ານ ຫງວຽນກວກຢູ້ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ທີ່ກອງປະຊຸມບັນດາເສົ້າຄ້ຳປະຊາຄົມເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ, ໃນຕອນເຊົ້າວັນທີ 26 ທັນວາ, ຢູ່ຮ່າໂນ້ຍ. ຕາມທ່ານຮອງລັດຖະມົນຕີ ຫງວຽນກວກຢູ້ງ ແລ້ວ, ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໄດ້ຮັບການສະແດງອອກຜ່ານ 3 ເສົາຄ້ຳ ນັ້ນແມ່ນ: ການເມືອງ; ຄວາມໝັ້ນຄົງ; ເສດຖະກິດ ແລະ ວັດທະນະທຳ -ສັງຄົມ:
        ກ່ຽວກັບດ້ານການເມືອງ, ຄວາມໝັ້ນຄົງ, ຫວຽດນາມ ໄດ້ເປັນເຈົ້າການພັດທະນາບັນດາກົນໄກຮັບປະກັນຄວາມໝັ້ນຄົງ ໂດຍຜ່ານການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ມາດຖານການປະພຶດ. ຫຼາຍແນວຄວາມຄິດ ແລະ ຫົວຄິດປະດິດສ້າງຂອງ ຫວຽດນາມ ໄດ້ເປັນທີ່ຍອມຮັບ ແລະ ນຳໃຊ້ຢ່າງກ້ວາງຂວາງ, ໃນນັ້ນ ມີບັນດາຂໍໍ້ລິເລີ່ມກ່ຽວກັບການສ້າງຄວາມໄວ້ເນື້ອເຊື່ອໃຈ, ກົນໄກການຮ່ວມມື. ການຮ່ວມມືເສດຖະກິດກໍ່ແມ່ນຈຸດເດັ່ນໃນວິວັດທະນາການ ຫວຽດນາມ ເຂົ້າຮ່ວມສ້າງປະຊາຄົມ ອາຊຽນ. ຫວຽດນາມ ພ້ອມກັບບັນດາປະເທດສ້າງບຸລິມະສິດໃນປີ 2017, ກວດກາ ຜັນຂະຫຍາຍບັນດາຄຳໝັ້ນສັນຍາກ່ຽວກັບການຄ້າ, ສິນຄ້າ, ການບໍລິການ, ການລົງທຶນ, ຕັ້ງໜ້າຜັນຂະຫຍາຍບັນດາມາດຕະການສ້າງຄວາມສະດວກດ້ານການຄ້າ.
        ໃນການສ້າງປະຊາຄົມວັດທະນະທຳ - ສັງຄົມ, ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວກ່ຽວກັບການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ, ເສີມຂະຫຍາຍບົດບາດຂອງ ແມ່ຍິງ, ເດັກນ້ອຍ, ຄົນພິການ, ຊາວໜຸ່ມກັບການປ່ຽນແປງຂອງດິນຟ້າອາກາດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top