• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສຳເລັດໂດຍພື້ນຖານວຽກງານກະກຽມໃຫ້ກອງປະຊຸມ APPF – 26

      ຕອນເຊົ້າວັນທີ 08 ມັງກອນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ປະທານເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF) ອາຍຸການ 2017 – 2018

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນເປັນປະທານກອງປະຊຸມ
ກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມປະຈຳປີຄັ້ງທີ 26
      ໄດ້ເປັນປະທານກອງປະຊຸມກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມປະຈຳປີຄັ້ງທີ 26 ຂອງເວທີປາໄສ. ຄາດຄະເນວ່າ ກອງປະຊຸມ APPF-26 ຈະໄດ້ຈັດຕັ້ງຢູ່ ຮ່າໂນ້ຍ ແຕ່ວັນທີ 18 – 21 ມັງກອນ 2018 ດ້ວຍຫົວຂໍ້ວ່າ “ການພົວພັນຄູ່ຮ່ວມມືລັດຖະສະພາເພື່ອສັນຕິພາບ, ປະດິດຄິດສ້າງ ແລະ ພັດທະນາແບບຍືນຍົງ”. ມາຮອດປະຈຸບັນ, ວຽກງານກະກຽມໄດ້ສຳເລັດໂດຍພື້ນຖານຕາມຄວາມຮຽກຮ້ອງຕ້ອງການຂອງຄະນະຈັດຕັ້ງ ຮັບປະກັນຄວາມຕ້ອນຮັບຢ່າງລອບຄອບຖີ່ຖ້ວນ, ສົມກຽດ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ: ກອງປະຊຸມ APPF – 26 ມີຄວາມໝາຍສຳຄັນ. ທີ່ກອງປະຊຸມຄັ້ງນີ້, ລັດຖະສະພາບັນດາປະເທດສະມາຊິກຈະປຶກສາຫາລືກ່ຽວກັບການຮ່ວມມືເສດຖະກິດ, ວັດທະນະທຳ ແລະ ພັດທະນາພາກພື້ນເພື່ອສັນຕິພາບ, ຄວາມໝັ້ນຄົງ, ວັດທະນາຖາວອນ, ພັດທະນາແບບຍືນຍົງ ແລະ ກວມລວມ, ມຸ່ງໄປເຖິງການຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີບັນດາອະນຸກຳມະການ ສືບຕໍ່ກວດກາ ແລະ ສຳເລັດບັນດາວຽກງານກະກຽມຢ່າງຮີບດ່ວນ, ຮັບປະກັນຄວາມພ້ອມໃຫ້ກອງປະຊຸມສຳຄັນນີ້.
 (ແຫຼ່ງຄັດຈາກ VOV)
 

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top