• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ -ລາວ ເພີ່ມທະວີການຮ່ວມມືຂະແໜງສານປະຊາຊົນ

      ຕອນເຊົ້າວັນທີ 30 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ, ຄະນະຜູ້ແທນສານປະຊາຊົນສູງສຸດ ຫວຽດນາມ ໂດຍ ທ່ານນາງ ຫງວຽນຖູ໋ຍຫ່ຽນ, ຮອງປະທານສານປະຊາຊົນສູງສຸດ ເປັນຫົວໜ້າຄະນະໄດ້ມີການເຈລະຈາກັບຄະນະຜູ້ແທນສານປະຊາຊນສູງສຸດ ລາວ ໂດຍທ່ານ ຄຳພາ ແສງດາລາ, ຮອງປະທານສານປະຊາຊົນສູງສຸດລາວ ເປັນຫົວໜ້າຄະນະ.
       ສອງຝ່າຍເປັນເອກະພາຍກັນຖືວ່າ: ການພົວພັນຮ່ວມມືນີ້ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ. 2 ຝ່າຍໄດ້ແລກປ່ຽນຄະນະປະຕິບັດງານຢູ່ທັງຂັ້ນສູນກາງ ແລະ ທ້ອງຖິ່ນ. 2 ຝ່າຍເປັນເອກະພາບກັນຈະສົມທົບກັບສານປະຊາຊົນສູງສຸດ ກຳປູເຈຍ ເພື່ອສ້າງຫົວຂໍ້ ແລະ ບັນດາເນື້ອໃນໃຫ້ແກ່ການຈັດຕັ້ງກອງປະຊຸມສານປະຊາຊົນບັນດາແຂວງຊາຍແດນ ຫວຽດນາມ, ລາວ, ກຳປູເຈຍ ຄັ້ງທີ 5 ປີ 2018 ຢູ່ ກຳປູເຈຍ. ຕາມແຜນການແລ້ວ, ຄະນະຜູ້ແທນສານປະຊາຊົນສູງສຸດ ຫວຽດນາມ ຈະເຂົ້າຢ້ຽມຂ່ຳນັບລັດຖະມົນຕີກະຊວງຍຸຕິທຳ ລາວ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດລາວ, ປະທານສານປະຊາຊົນສູງສຸດ ລາວ ອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top