• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢາກສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານພັດທະນາກັບອາເມລິກາຢ່າງແທດຈິງ ແລະ ມີປະສິດທິຜົນ

      ຕອນບ່າຍວັນ 5 ກຸມພາ, ທ່ານ ຫງວຽນວັນບີ່ງ ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງກະຊວງການເງິນ ອາເມລິກາ ໂດຍທ່ານ Michell Silk, ຜູ້ຮັກສາການຊ່ວຍວຽກລັດຖະມົນຕີກະຊວງການເງິນອາເມລິກາ ນຳໜ້າ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານ ຫງວຽນວັນບີ່ງ ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານ Michell Silk, ຜູ້ຮັກສາການຊ່ວຍວຽກລັດຖະມົນຕີກະຊວງການເງິນອາເມລິກາ (ພາບ: TTXVN)
      ທ່ານ ຫງວຽນວັນບີ່ງ ຫົວໜ້າຄະນະເສດຖະກິດສູນກາງພັກໄດ້ຢັ້ງຢືນວ່າ ພັກ, ລັດ ຫວຽດນາມຖືເປັນສຳຄັນການພົວພັນກັບອາເມລິກາ, ປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ, ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ນຳມາເຊິ່ງການເຕີບໂຕ, ວຽກເຮັດງານທຳໃຫ້ແກ່ທັງສອງປະເທດ, ໃນນັ້ນ ຜົນສຳເລັດຂອງການຮ່ວມມືເສດຖະກິດ - ການຄ້າ - ການລົງທຶນ ແມ່ນກຳລັງໜູນຊຸກຍູ້ການພົວພັນລະຫວ່າງສອງປະເທດ.
        ສ່ວນທ່ານ Michell Silk ຢັ້ງຢືນຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມເດີນທາງ, ສົມທົບກັບພັກ, ລັດຖະບານ ຫວຽດນາມ ຢ່າງແໜ້ນແຟ້ນ, ປະກອບສ່ວນເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top