• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢືນອັບດັບທີ 2 ໃນການແຂ່ງຂັນບານເຕະ U23 ອາຊີ 2018

      ບັນດານັກກິລາບານເຕະ ຫວຽດນາມ ໄດ້ແຂ່ງຂັນບັນລຸຜົນສຳເລັດ, ໄດ້ຊະນະທິມບານເຕະທີ່ແຂງແກ່ນໃນພາກພື້ນ ເປັນຄັ້ງທຳອິດໄດ້ເຂົ້າແຂ່ງຂັນໃນຮອບຊິງຊະນະເລີດ.
 
ຮອບຊິງຊະນະເລີດໃນການແຂ່ງຂັນບານເຕະ U23 ອາຊີ 2018 ລະຫວ່າງ ຫວຽດນາມ ແລະ Uzbekistan, ດຳເນີນໃນຕອນບ່າຍວັນທີ 27 ມັງກອນ ໃນສະໜາມກິລາ ຈ໋າງເຈົາ (ແຈ໋ວງຊູ - ປະເທດຈີນ) ໄດ້ສິ້ນສຸດລົງດ້ວຍອັດຕາ 2 – 1 ພາຍຫລັງການແຂ່ງຂັນມາເປັນເວລາ 120 ນາທີ. ການແຂ່ງຂັນນັດນີ້ ຖືກດຳເນີນໃນສະພາບເງື່ອນໄຂຫິມະຕົກຢ່າງຮ້າຍແຮງ.
        ເລື່ອງຢືນອັນດັບທີ 2 ໃນການແຂ່ງຂັນບານເຕະ U23 ອາຊີ 2018 ແມ່ນຂີດໝາຍປະຫວັດສາດຂອງບານເຕະ ຫວຽດນາມ. ບັນດານັກກິລາບານເຕະ ຫວຽດນາມ ໄດ້ແຂ່ງຂັນບັນລຸຜົນສຳເລັດ, ໄດ້ຊະນະທິມບານເຕະທີ່ແຂງແກ່ນໃນພາກພື້ນ ເປັນຄັ້ງທຳອິດໄດ້ເຂົ້າແຂ່ງຂັນໃນຮອບຊິງຊະນະເລີດ.
        ວັນທີ 28 ມັງກອນ, ທິມບານເຕະ ຫວຽດນາມ ຈະເດີນທາງກັບເມືອ ຮ່າໂນ້ຍ, ເວລາ 18 ໂມງໃນວັນດຽວກັນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈະເປັນເຈົ້າພາບຈັດຕັ້ງ ຊົມເຊີຍຜົນງານຂອງທິມບານເຕະ U23 ຫວຽດນາມ ໃນສະໜາມກິລາ ໝີດີງ.
ຢູ່ ອາຊີ ຄື: ຕົ້ມຢຳຂອງໄທ, ໝີ່ ramen ຂອງ ຍີ່ປຸ່ນ, ປິ້ງຊີ້ນງົວຂອງ ສເກົາຫລີ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top