• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢັ້ງຢືນ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ ຕື່ມອີກ 3 ກໍລະນີ

      ໄລ່ຮອດເວລາ 12 ໂມງຂອງວັນທີ 16 ກຸມພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ພາຍໃນປະເທດ ລວມທັງໝົດ 1.373 ກໍລະນີ.
ຕາມແຫຼ່ງຂ່າວ ຈາກຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19  ໃຫ້ຮູ້ວ່າ: ໄລ່ຮອດເວລາ 12 ໂມງຂອງວັນທີ 16 ກຸມພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ພາຍໃນປະເທດ ລວມທັງໝົດ 1.373 ກໍລະນີ. ນັບແຕ່ເວລາ 18 ໂມງຂອງວັນທີ 15 ກຸມພາ ຫາ ເວລາ 6 ໂມງ ຂອງວັນທີ 16 ກຸມພາ, ຫວຽດນາມ ຢັ້ງຢືນມີຜູູ້ຕິດເຊື້ອໃໝ່ຕື່ມອີກ 3 ກໍລະນີ, ໃນນັ້ນ ຢູ່ ຫາຍເຢືອງ ມີ 2 ກໍລະນີ ແລະ 1 ກໍລະນີຢູ່ຮ່າໂນ້ຍ ແລະ ມີຜູ້ໄດ້ຮັບການປ່ິນປົວຫາຍດີເປັນປົກກະຕິຕື່ມອີກ 26 ກໍລະນີ.
        ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທ່ງລອງ ໃຫ້ຮູ້ວ່າ , ໃນຮອບເວລາ 16 ວັນຜ່ານມາ, ຈຳນວນຜູ້ຕິດເຊື້ອຢູ່ 12/13 ແຂວງ, ນະຄອນ (ເວັ້ນເສຍແຕ່ ຫາຍເຢືອງ) ພວມມີທ່າອ່ຽງຫຼຸດລົງ. ເພື່ອດຳລົງຊີວິດຢ່າງປອດໄພກັບໂລກລະບາດໂຄວິດ - 19, ປະຊາຊົນຕ້ອງປະຕິບັດຫຼັກການ 5 ຂໍ້ຂອງກະຊວງສາທາລະນະສຸກ ຫວຽດນາມ ນັ້ນແມ່ນ: ໃສ່ຜ້າອັດປາກ - ອັດດັງ, ໃສ່ນ້ຳຢາຂ້າເຊື້ອ , ຮັກສາໄລຍະຫ່າງລະຫວ່າງຄົນກັບຄົນ, ບໍ່ເຕົ້າໂຮມກັນຫຼາຍຄົນ ແລະ ແຈ້ງອາການສຸຂະພາບ ແລະ ປະຫວັດການສຳຜັດໄປ - ມາ.
ການແຈ້ງອາການສຸຂະພາບ ແລະ ປະຫວັດການສຳຜັດໄປ - ມາ (ພາບປະກອບ: laodong.vn)g.vn)
      ນະຄອນຮ່າໂນ້ຍ ກໍຮຽກຮ້ອງໃຫ້ປະຊາຊົນທຸກຄົນຢູ່ທ້ອງຖີ່ນຕ່າງໆເມື່ອມາຮ່າໂນ້ຍ ກໍຕ້ອງແຈ້ງອາການສຸຂະພາບ ແລະ ປະຫວັດການສຳຜັດ ໄປ - ມາ ເພື່ອແນໃສ່ຄວບຄຸມໄດ້ບ່ອນໄປ - ມາຂອງປະຊາຊົນ ໃນໂອກາດບຸນເຕັດ, ກ່ອນທີ່ກັບມາ ນະຄອນຫຼວງ ຮ່າໂນ້ຍ.

 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top