ຂ່າວສານ
ຫວຽດນາມ ຢັ້ງຢືນຄືນໃໝ່່ຄໍາໝັ້ນສັນຍາສໍາລັບລັດທິຫຼາຍຝ່າຍ ແລະ ບັນດາຄຸນຄ່າມະນຸດສະທໍາຫຼັກແຫຼ່ງຂອງກົດໝາຍວ່າດ້ວຍມະນຸດສະທໍາສາກົນ

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈໍາ ສປຊ (ພາບ: TTXVN)
ທີ່ເຫດການ, ບັນດາຜູ້ແທນໄດ້ຢັ້ງຢືນວ່າ ສົນທິສັນຍາ ເຊີແນວສະບັບຕ່າງໆ ແມ່ນເອກະສານຫຼັກແຫຼ່ງແກ່ນສານຂອງກົດໝາຍວ່າດ້ວຍມະນຸດສະທໍາສາກົນ, ມີລັກສະນະພາກບັງຄັບທົ່ວໂລກ, ເປັນສັນຍາລັກໃຫ້ແກ່ລັກສະນະມະນຸດສະທໍາ ແມ່ນຄຸນຄ່າອັນຫຼັກແຫຼ່ງແກ່ນສານຂອງ ສປຊ. ບັນດາຜູ້ແທນກໍເນັ້ນໜັກເຖິງບັນດາບັນຫາທົ່ວໂລກ, ໃນນັ້ນ ມີບັນດາບັນຫາມະນຸດສະທໍາ ເຊິ່ງໄດ້ຮັບການແກ້ໄຂພຽງແຕ່ຜ່ານລັດທິຫຼາຍຝ່າຍ, ລັດທິຫຼາຍຝ່າຍ ບໍ່ແມ່ນການເລືອກເຟັ້ນ ຫາກແມ່ນການຮຽກຮ້ອງອັນດັບ 1 ທີ່ມີລັກສະນະຕັດສິນຊີ້ຂາດ ເພື່ອແນໃສ່ຊຸກຍູ້ຄຸນຄ່າຂອງມະນຸດສະທໍາ.
ກ່າວຄໍາເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈໍາ ສປຊ ໄດ້ແບ່ງປັນວ່າ ຜົນຕາມມາຂອງບັນດາສິ່ງທ້າທາຍທົ່ວໂລກໃນປັດຈຸບັນ ມີລັກສະນະເປັນຕາຍສໍາລັບການຄົງຕົວຂອງມວນມະນຸດ. ໃນສະພາບການນັ້ນ, ບັນດາປະເທດຄວນຮັກສາຄໍາໝັ້ນສັນຍາສູງສຸດ ສໍາລັບລັດທິຫຼາຍຝ່າຍ ແລະ ລະບົບສາກົນໂດຍອີງໃສ່ກົດບັດ ສປຊ ແລະ ກົດໝາຍສາກົນ; ຫັນບັນດາຄໍາໝັ້ນສັນຍາທາງການເມືອງ ເປັນການກະທໍາລະອຽດ. ທ່ານກໍຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາຂອງຫວຽດນາມສໍາລັບລັດທິຫຼາຍຝ່າຍ ແລະ ບັນດາຄຸນຄ່າມະນຸດສະທໍາທີ່ເປັນແກ່ນສານຂອງ ກົດໝາຍວ່າດ້ວຍມະນຸດສະທໍາສາກົນ.
(ແຫຼ່ງຄັດຈາກ VOV)