• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢັ້ງຢືນ ຈະຮ່ວມແຮງຮ່ວມໃຈ ປະຕິບັດບັນດາເປົ້າໝາຍເຕີບໂຕຂຽວທົ່ວໂລກໃຫ້ປະກົດຜົນເປັນຈິງ

ຕອນເຊົ້າວັນທີ 20 ຕຸລາ, ທີ່ນະຄອນຫຼວງ Copenhaghen, ແດນມາກ, ໄດ້ດໍາເນີນກອງປະຊຸມສຸດຍອດຄັ້ງທີ 1 ເວທີປາໄສຮ່ວມມືຂັ້ນສູງ ເພື່ອເປົ້າໝາຍການເຕີບໂຕຂຽວທົ່ວໂລກ (P4G). 
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່່າວຄໍາເຫັນທີ່ກອງປະຊຸມ (ພາບ: vov.vn)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີແດນມາກ Lars Lokke Rassmussen, ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in, ທ່ານປະທານາທິບໍດີ ເອທີໂອເປຍ Mulatu Teshome ພ້ອມດ້ວຍການນໍາ, ວິສາຫະກິດບັນດາປະເທດ ກໍໄດ້້ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ໂດຍແມ່ນຜູ້ທໍາອິດ ໃນຈໍານວນການນໍາ 6 ຄົນ ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຈະຮ່ວມແຮງຮ່ວມໃຈພ້ອມກັບບັນດາສະມາຊິກຂອງເວທີປາໄສ ປະຕິບັດບັນດາເປົ້າໝາຍການເຕີບໂຕຂຽວທົ່ວໂລກ ຮອດປີ 2030 ໃຫ້ປະກົດຜົນເປັນຈິງ. ທ່ານກ່່າວວ່າ:

        “ຫວຽດນາມ ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງເວທີປາໄສ P4G ພິເສດແມ່ນ ລັດຖະບານ ແດນມາກ ໃນການພັດທະນາແບບຍືນຍົງ ຜ່ານການຜັນຂະຫຍາຍຍຸດທະສາດເຕີບໂຕຂຽວ, ໂດຍສະເພາະແມ່ນບັນດາການໜູນຊ່ວຍດ້ານການເງິນ ໃຫ້ແກ່ຄູ່ຮ່ວມມືເລີ່ມທຸລະກິດ Startup  ດ້ວຍ ສອງໂຄງການທີ່ໄດ້ປະຕິບັດໃຫ້ແກ່ຫວຽດນາມ ນັ້ນແມ່ນ ໂຄງການຄູ່ຮ່ວມມືການເງິນປະສົມສໍາລັບນໍ້າ ແລະ ໂຄງການຕະຫຼາດວັດສະດຸທົ່ວໄປຂອງຫວຽດນາມ. ພວກຂ້າພະເຈົ້າມີຄວາມປາດຖະໜາຈະສືບຕໍ່ໄດ້ຮັບການໜູນຊ່ວຍ, ການຮ່ວມມືຢ່າງມີປະສິດທິຜົນໃນການສ້າງບັນດາໂຄງການຮ່ວມມືພາກລັດ - ເອກະຊົນ ທີ່ມີຄວາມສາມາດບົ່ມຊ້ອນໃນການເຕີບໂຕຂຽວ; ໜູນຊ່ວຍເວທີປາໄສ P4G ປະເທດຫວຽດນາມໃນການເຊື່ອມຈອດ, ປະສານງານ ແລະ ຊຸກຍູ້ ບັນດາການເຄື່ອນໄຫວຮ່ວມມືຢູ່ຫວຽດນາມຢ່າງແຮງໃນໄລຍະຈະມາເຖິງ”.

(ແຫຼ່ງຄັດຈາກ VOV)


ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ທ່ານນາງ Pauline Tamesis ເນັ້ນໜັກວ່າ ສຳລັບ ຫວຽດນາມ, ເລືື່ອງເປັນເຈົ້າພາບຈັດເຫດການລົງນາມນີ້ແມ່ນຂີດໝາຍທີ່ຟົດຟື້ນ ໃນເສັ້ນທາງ 47 ປີແຫ່ງວັນຮ່ວມມືກັບ ສປຊ.

Top