• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມີຜູ້ຕິດເຊື້ອ Covid-19 ຕື່ມອີກ 4 ຄົນ

      ຕອນຄ່ຳວັນທີ 16 ມີນາ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ໃຫ້ຮູ້ວ່າ ມີຜູ້ຕິດເຊື້ອ Covid-19 ໃໝ່ຕື່ມອີກ 4 ຄົນ, ຍົກຈຳນວນຜູ້ຕິດເຊື້ອດັ່ງກ່າວຢູ່ ຫວຽດນາມ ຂຶ້ນເປັນ 61 ຄົນ(ໃນນັ້ນ 16 ຄົນໄດ້ປີ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ). 
         
      ຜູ້ຕິດເຊື້ອຄົນທີ 61, ເປັນເພດຊາຍ, ອາຍຸ 42 ປີ, ຢູ່ແຂວງ ນິງທ້ວນ, ວັນທີ 27 ກຸມພາ ໄດ້ໄປປະເທດ ມາເລເຊຍ ແລະ ກັບມາ ຫວຽດນາມ ໃນວັນທີ 04 ມີນາ ໂດຍຜ່ານສະໜາມບິນສາກົນ ເຕິນເຊີນເຍີດ. ປັດຈຸບັນ, ຜູ້ຕິດເຊື້ອດັ່ງກ່າວ ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍຫລາຍຂະແໜງແຂວງ ນິງທ້ວນ.
        ກ່ອນໜ້ານັ້ນ, ກະຊວງສາທາລະນະສຸກກໍ່ໄດ້ປະກາດມີຜູ້ຕິດເຊື້ອ Covid-19 ຕື່ມອີກ 3 ຄົນ, ແມ່ນຜູ້ຕິດເຊື້ອຄົນທີ 58, 59 ແລະ 60. ຜູ້ຕິດເຊື້ອຄົນທີ 58 ເປັນເພດຍິງ, ອາຍຸ 26 ປີ, ຢູ່ ຮ່າໂນ້ຍ, ເປັນນັກສຶກສາຮຽນຢູ່ປະເທດ ຝຣັ່ງ, ໄດ້ເຂົ້າເມືອງຜ່ານສະໜາມບິນສາກົນ ໂນ້ຍບາຍ ໃນວັນທີ 15 ມີນາ. ຜູ້ຕິດເຊື້ອຄົນທີ 59 ເປັນເພດຍິງ, ອາຍຸ 30 ປີ, ຢູ່ ຮ່າໂນ້ຍ ແລະ ຜູ້ຕິດເຊື້ອຄົນທີ 60 ເປັນເພດຊາຍ, ຖືສັນຊາດ ຝຣັ່ງ. ປັດຈຸບັນ, ທັງ 3 ຄົນດັ່ງກ່າວ ລ້ວນແຕ່ມີອາການສຸຂະພາບເປັນປົກກະຕິ ແລະ ພວມໄດ້ຮັບການຕິດຕາມປິ່ນປົວຢູ່ໂຮງໝໍພະຍາດເຂດຮ້ອນສູນກາງສາຂາທີ 2.
 (ແຫຼ່ງຄັດຈາກ VOV)

ສານ​ກ່ຽວ​ກັບ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ມີ​ການ​ປ່ຽນ​ແປງ​ໃໝ່

ສານ​ກ່ຽວ​ກັບ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ມີ​ການ​ປ່ຽນ​ແປງ​ໃໝ່

ໃນໄລຍະພຽງສັ້ນໆ, ກົມການເມືອງໄດ້ປະກາດໃຊ້ມະຕິເລກທີ 72 (72-NQ/TW) ກ່ຽວກັບບັນດາມາດຕະການບຸກທະລຸ ຍົກສູງສຸຂະພາບຂອງ ປຊຊ (ເດືອນກັນຍາ ປີ 2025), ຕໍ່ຈາກນັ້ນ, ສະພາແຫ່ງຊາດໄດ້ກະກຽມຮັບຮອງເອົາມະຕິກ່ຽວກັບບັນດາກົນໄກ, ນະໂຍບາຍເພື່ອຜັນຂະຫຍາຍປະສິດທິຜົນມະຕິເລກທີ 72. ສິ່ງນີ້ສະແດງໃຫ້ເຫັນຄວາມເປັນເອກະພາບທາງການເມືອງທີ່ເຂັ້ມແຂງ ໃນການລົງທຶນໃຫ້ແກ່ມະນຸດ-ເສົາຄ້ຳຂອງການພັດທະນາແບບຍືນຍົງ.

Top