• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະຕິເສດຂໍ້ຕົກລົງຂອງຈີນກ່ຽວກັບການຫ້າມຫາປາ ຢູ່ທະເລຕາເວັນອອກ

      ຫວຽດນາມ ເດັດດ່ຽວຄັດຄ້ານຂໍ້ຕົກລົງຕາມລຳພັງຝ່າຍດຽວດັ່ງກ່າວຂອງຈີນ. ຂໍ້ກຳນົດນີ້ ແມ່ນລ່ວງລ້ຳອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ
ທ່ານ ດວ່ານຄັກຫວຽດ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ
      ໃນການຖະແຫລງຂ່າວນັດສາມັນດຳເນີນໃນຕອນບ່າຍວັນທີ 29 ເມສາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກສຽງຄັດຄ້ານ ແລະປະຕິເສດຂໍ້ຕົກລົງຂອງຈີນ ກ່ຽວກັບການຫ້າມຫາປາຢູ່ທະເລຕາເວັນອອກ ແລະຮຽກຮ້ອງທຸກຝ່າຍ ເຄົາລົບກົດໝາຍສາກົນ ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລ ປີ 1982 ພ້ອມທັງຢັ້ງຢືນທຸກການກະທຳລະເມີດຂອງບັນດາຝ່າຍຢູ່ທະເລຕາເວັນອອກແມ່ນໄຮ້ຄຸນຄ່າ.
ຕໍ່ຫນ້າຂ່າວຄາວທີ່ວ່າ ຕຳຫລວດຈີນ ອອກຖະແຫລງປະຕິບັດຄຳສັ່ງຫ້າມຫາປາ ນັບແຕ່ວັນທີ 1 ພຶດສະພາປີ 2021 ຢູ່ເຂດທະເລ ຊື່ງລວມມີ ສ່ວນຫນຶ່ງຂອງອ່າວພາກເຫນືອ ແລະ ໝູ່ເກາະຮ່ວາງຊາ ຂຶ້ນກັບອະທິປະໄຕຂອງ ຫວຽດນາມ ຢູ່ ທະເລຕາເວັນອອກ, ທ່ານ ດວ່ານຄັກຫວຽດ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ:
 “ຫວຽດນາມ ມີພະຍານຫລັກຖານດ້ານນິຕິກຳ ແລະ ດ້ານປະຫວັດສາດຢ່າງຄົບຖ້ວນເພື່ອຢັ້ງຢືນ ອະທິປະໄຕສຳລັບໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ ກໍ່ຄືບັນດາສິດຖືກຕ້ອງຕາມກົດໝາຍສຳລັບບັນດາເຂດທະເລຂອງ ຫວຽດນາມ ໂດຍໄດ້ກຳນົດແມ່ນສອດຄ່ອງກັບ UNCLOS ປີ 1982. ຫວຽດນາມ ເດັດດ່ຽວຄັດຄ້ານຂໍ້ຕົກລົງຕາມລຳພັງຝ່າຍດຽວດັ່ງກ່າວຂອງຈີນ. ຂໍ້ກຳນົດນີ້ ແມ່ນລ່ວງລ້ຳອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ, ລະເມີດກົດໝາຍສາກົນ ໃນນັ້ນ ມີ UNCLOS, ໄປຝືນກັບເນື້ອໃນຈິດໃຈຂອງ DOC, ໄປຝືນກັບ ຂໍ້ຕົກລົງກ່ຽວກັບບັນດາຫລັກການພື້ນຖານໃນການຊີ້ນຳແກ້ໄຂບັນດາບັນຫາຢູ່ທະເລ ລະຫວ່າງຫວຽດນາມ ແລະຈີນ”
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top