• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖືວຽກງານການຕ່າງປະເທດປະຊາຊົນເປັນສຳຄັນພິເສດ

      ກ່າວຄຳເຫັນທີ່ການພົບປະໃນຕົ້ນລະດູບານໃໝ່ ກັບບັນດາຜູ້ຕາງໜ້າຄະນະທູຕານຸທູດ, ບັນດາອົງການຈັ້ດຕັ້ງບໍ່ຂຶ້ນກັບລັດຖະບານປະຈຳຫວຽດນາມ ໃນຕອນຄ່ຳວັນທີ 25 ມັງກອນ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ພົບປະກັບຜູ້ເຂົ້າຮ່ວມ
(ພາບ: TTXVN)
      ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ຢືນຢັນວ່າ, ພັກ ແລະ ລັດ ຖືເປັນສຳຄັນວຽກງານການຕ່າງປະເທດປະຊາຊົນ ແລະ ບົດບາດຂອງບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ. ຫວຽດນາມ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບບັນດາອົງການຈັດຕັ້ງສາກົນໃຫ້ຫຼາຍກວ່າອີກ; ສືບຕໍ່ສ້າງເງື່ອນໄຂສະດວກ, ປະກອບສ່ວນຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາອົງການຈັດຕັ້ງປະຈຳຫວຽດນາມ.
        ໂດຍຕາງໜ້າຄະນະທູຕານຸທູດປະຈຳຮ່າໂນ້ຍ, ທ່ານ Jorge Rondon Uzcategui, ຫົວໜ້າຄະນະທູຕານຸທູດ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສ.ເວເນຊູເອລາ ປະຈຳຫວຽດນາມ ໄດ້ຊົມເຊີຍຫວຽດນາມ ຍ້ອນບັນລຸໄດ້ຜົນງານຫຼາຍຢ່າງໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ອວຍພອນໃຫ້ຫວຽດນາມ ສືບຕໍ່ໃນທ່າເຕີບໂຕເສດຖະກິດ, ບັນລຸໄດ້ບັນດາຄວາມກ້າວໜ້າສຳຄັນໃນນະໂຍບາຍການຕ່າງປະເທດຫຼາຍກວ່າອີກ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ.ແຟັງລັງໃນລະຫວ່າງວັນທີ 20 – 22 ຕຸລາ.

Top