• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຊະນະເລີດ AFF Suzuki Cup 2018

ດ້ວຍປະຕູ 1 ຕໍ່ 0, ທິມບານເຕະ ຫວຽດນາມ ຍາດໄດ້ໄຊຊະນະຕໍ່ທິມບານເຕະ ມາເລເຊຍ ທີ່ນັດຊີງຊະນະເລີດຢູ່ສະໜາມກິລາ ໝີດີ່ງ ໃນຕອນຄ່ຳວັນທີ 15 ທັນວາ, ທິມບານເຕະ ຫວຽດນາມ ໄດ້ຊະນະເລີດການແຂ່ງຂັນບານເຕະ ອາຊີຕາເວັນອອກສ່ຽງໃຕ້ - AFF Suzuki Cup 2018.

ຫວຽດນາມ ຊະນະເລີດ AFF Suzuki Cup 2018

ພາຍຫລັງສິ້ນສຸດນັດແຂ່ງຂັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ລົງສະໜາມກິລາອວຍພອນ ແລະ ມອບຂັນຊະນະເລີດໃຫ້ທິມບານເຕະ ຫວຽດນາມ.

        ພາຍຫລັງທິມບານເຕະ ຫວຽດນາມ ຊະນະເລີດ AFF Suzuki Cup 2018, ປະຊາຊົນໃນທົ່ວປະເທດນັບລ້ານໆຄົນໄດ້ລົງຖະໜົນເພື່ອຊົມເຊີຍໄຊຊະນະຂອງທິມບານເຕະ ຫວຽດນາມ. ອ້າຍ ຫງວຽນວັນຕວຽນ ຢູ່ເມືອງ ຮ່ວານກຽມ, ຮ່າໂນ້ຍ ແບ່ງປັນວ່າ:

        ຂ້າພະເຈົ້າຄິດວ່າ ປະຊາຊົນໃນທົ່ວປະເທດ, ບໍ່ພຽງແຕ່ຊາວຮ່າໂນ້ຍເທົ່ານັ້ນ ຫາກຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດອີກດ້ວຍ ລ້ວນແຕ່ເຊື່ອມຕົວເຂົ້າກັບບັນຍາກາດໄຊຊະນະ. ມື້ນີ້ ອາກາດໄດ້ອຳນວຍຄວາມສະດວກທີ່ສຸດໃຫ້ທິມບານເຕະ ຫວຽດນາມ ແລະ ປະຊາຊົນລົງຖະໜົນຊົມເຊີຍໄຊຊະນະຂອງ ຫວຽດນາມ.

        ທີ່ນະຄອນ ໂຮ່ຈີມິນ, ຖະໜົນທາງຍ່າງ ຫງວຽນເຫ້ວ, ເມືອງ 1, ປະຊາຊົນກໍ່ພາກັນເຕົ້າໂຮມຢູ່ທີ່ນີ້ ເພື່ອຊົມເຊີຍໄຊຊະນະຂອງທິມບານເຕະ ຫວຽດນາມ ດ້ວຍສຽງກອງ, ສຽງຮ້ອງໂຮ່, ທຸງຊາດປິວສະບັດ ຫວຽດນາມ ຊະນະເລີດ.

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top