• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຈັດຕັ້ງໃຫ້ບັນດາພື້ນຖານເສດຖະກິດສະມາຊິກ APEC ມາກ່ອນເພື່ອກະກຽມໃຫ້ສັບປະດາສຸດຍອດ APEC 2017

      ໃນລະຫວ່າງວັນທີ 27-28 ກໍລະກົດ 2017, ໄດ້ມີ ຜູ້ຕາງໜ້າກວ່າ 300 ຄົນ ຂອງ 20 ພື້ນຖານເສດຖະກິດສະມາຊິກ APEC ແລະ ບັນດາອົງການນັກສັງເກດການຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ເຂົ້າຮ່ວມລາຍການມາ ຫວຽດນາມ ກ່ອນຄັ້ງທຳອິດ ເພື່ອກະກຽມໃຫ້ສັບປະດາສຸດຍອດ APEC 2017 ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງຕາມທຳນຽມ APEC.

ລາຍການມາ ຫວຽດນາມ ກ່ອນຄັ້ງທຳອິດ ເພື່ອກະກຽມໃຫ້ສັບປະດາສຸດຍອດ APEC 2017
(ພາບ: dangcongsan.vn) 
      ກ່າວຄຳປາໄສ, ຕໍ່ໜ້າຜູ້ຕາງໜ້າບັນດາສະມາຊິກ ແລະ ນັກສັງເກດການ, ຜູ້ຕາງໜ້າກອງເລຂາແຫ່ງຊາດ APEC 2017 ເນັ້ນໜັກເຖິງຄວາມໝາຍສຳຄັນຂອງເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງປີ APEC 2017, ພິເສດແມ່ນສັບປະດາສຸດຍອດ APEC 2017, ພ້ອມທັງຢືນຢັນວ່າ ຫວຽດນາມ ໄດ້ ແລະ ຈະເຮັດຈົນສຸດຄວາມສາມາດ ເພື່ອຮັບປະກັນຜົນສຳເລັດຂອງສັບປະດາສຸດຍອດ APEC 2017, ປະກອບສ່ວນສືບຕໍ່ຊຸກຍູ້ການຮ່ວມມື APEC ແລະ ຮ່ວມສຳພັນເສດຖະກິດຢູ່ ອາຊີ-ປາຊີຟິກ.
        ບັນດາຜູ້ຕາງໜ້າບັນດາພື້ນຖານເສດຖະກິດສະມາຊິກ APEC ແລະ ນັກສັງເກດການ ຕີລາຄາສູງການກະກຽມກ່ອນ ແລະ ລະອຽດລະອໍ ຂອງເຈົ້າພາບ ຫວຽດນາມ ກໍ່ຄືອຳນາດການປົກຄອງ ນະຄອນດ່ານັງ, ພ້ອມທັງໃຫ້ຄຳໝັ້ນສັນຍາ ຈະສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອກະກຽມສັບປະດາສຸດຍອດ APEC ທີ່ຈະມາເຖິງໃຫ້ດີທີ່ສຸດ.
 (ແຫຼ່ງຄັດຈາກ VOV)
 
 

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top