• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຢ່າງລອບຄອບຖີ່ຖ້ວນ

      ວັນທີ 5 ມີນາ, ຢູ່ສູນກອງປະຊຸມສາກົນ Ariyana ນະຄອນ ດ່ານັ້ງ, ຄະນະຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ໄດ້ດຳເນີນການກວດກາຄືນວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ແລະ ການເຄື່ອນໄຫວຂັ້ນສູງສະເຫຼີມສະຫຼອງ ອາຊຽນ - ນິວຊີແລນ ຈະດຳເນີນໃນຕົ້ນເດືອນ ເມສາ 2020 ຢູ່ນາຄອນດ່ານັ້ງ.

ຄະນະຜູ້ຕາງໜ້າ ຫວຽດນາມປະກາດວຽກງານກະກຽມໃຫ້ແກ່ບັນດາຄະນະຜູ້ແທນ 
      ຄະນະຈັດຕັ້ງໄດ້ສະໜອງຂໍ້ມູນຂ່າວສານໃຫ້ແກ່ຄະນະຜູ້ແທນເກືອບ 80 ທ່ານມາຈາກບັນດາປະເທດ ອາຊຽນ, ນິວຊີແລນໄປກະກຽມງານກ່ອນ ແລະ ພະນັກງານທີ່ມາຈາກອົງການສັງກັດຄະນະກຳມະການອາຊຽນ 2020 ປະມານ 150 ທ່ານ. ຕາມນັ້ນແລ້ວ, ໃນສະພາບໂລກລະບາດ Covid – 19 ພວມຜັນແປຢ່າງສັບສົນຄືໃນປັດຈຸບັນ, ນະຄອນດ່ານັ້ງໄດ້ກະກຽມວິທີການດີທີ່ສຸດເພື່ອຮັບປະກັນຄວາມປອດໄພຢ່າງສຸດຂີດໃຫ້ແກ່ບັນດາຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມນັບແຕ່ຕອນລົງຍົນຈົນຮອດສະຖານທີ່ ປະຊຸມ ແລະ ໂຮງແຮມບ່ອນທີ່ຄະນະພັກເຊົາຄື: ຂ້າເຊື້ອ, ວັດແທກອຸນຫະພູມຮ່າງກາຍ, ທຳຄວາມສະອາດສະຖານທີ່ປະຊຸມ, ຮາກຖານພັກເຊົາຕ່າງໆ…
ໃນວັນທີ 5 ແລະ 6 ມີນາ, ບັນດາຄະນະຜູ້ແທນທີ່ມາກຽມງານກ່ອນ ໄດ້ດຳເນີນການສຳຫຼວດຕົວຈິງບັນດາສະຖານທີ່ພັກເຊົາ, ສູນການຂ່າວສາກົນ, ສະໜາມບິນສາກົນດ່ານັ້ງ…
 (ແຫຼ່ງຄັດຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top