• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເປີດສາຍການບິນການຄ້າສາກົນຄືນໃໝ່ ເທື່ອລະກ້າວ

      ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ທົ່ວປະເທດສືບຕໍ່ກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍບັນດາທັດສະນະພັດທະນາຕົ້ນຕໍແມ່ນ: ຮັບປະກັນສະພາບແວດລ້ອມແຫ່ງຄວາມປອດໄພເພື່ອພັດທະນາ ແລະ ພັດທະນາແບບຍືນຍົງໃນເງື່ອນໄຂເປັນປົກກະຕິໃໝ່. 
            ທີ່ການປະກາດສະຫຼຸບຂອງທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໃນກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃນຕອນເຊົ້າວັນທີ 9 ມິຖຸນາ, ທ່ານນາຍົກລັດຖະມົນຕີ ໄດ້ມອບໃຫ້ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ປະກາດບັນດາເຂດ, ບໍລິເວນທີ່ມີຄວາມປອດໄພ, ເພື່ອເປີດສາຍການບິນການຄ້າສາກົນຄືນໃໝ່ ເທື່ອລະກ້າວ ແລະ ມີການແນະນຳຢ່າງລະອຽດກ່ຽວກັບການແຍກຕົວບັນດາເປົ້າໝາຍທີ່ເຂົ້າເມືອງຜ່ານຖ້ຽວບິນຕ່າງໆ.
        ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ທົ່ວປະເທດສືບຕໍ່ກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍບັນດາທັດສະນະພັດທະນາຕົ້ນຕໍແມ່ນ: ຮັບປະກັນສະພາບແວດລ້ອມແຫ່ງຄວາມປອດໄພເພື່ອພັດທະນາ ແລະ ພັດທະນາແບບຍືນຍົງໃນເງື່ອນໄຂເປັນປົກກະຕິໃໝ່. ພ້ອມກັນນັ້ນ, ຕ້ອງກຽມຄວາມພ້ອມໃຫ້ເປັນຢ່າງດີທີ່ສຸດ ໃນອະນາຄົດໃກ້ໆນີ້ ເພື່ອ ເຊື່ອມໂຍງ ແລະ ກໍ່ສ້າງຫວຽດນາມໃຫ້ກາຍເປັນຈຸດນັດພົບທີ່ມີຄວາມປອດໄພຂອງທົ່ວໂລກ ບໍ່ພຽງແຕ່ເພ່ືອແນໃສ່ບັນດາເປົ້າໝາຍພັດທະນາເສດຖະກິດເທົ່ານັ້ນ ຫາກຍັງເພື່ອບັນດາເປົ້າໝາຍດ້ານການເມືອງ, ການທູດຕ່າງປະເທດຂອງປະເທດຊາດອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top