• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມ

      ກອງປະຊຸມຂັ້ນລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມ (NAM) ດ້ວຍຫົວຂໍ້ ຊຸກຍູ້ ແລະ ປັບປຸງສັນຕິພາບ ຜ່ານການເຄົາລົບກົດໝາຍສາກົນ”, ຖືກດຳເນີນໃນລະຫວ່າງວັນທີ 20 – 21 ກໍລະກົດ, ຢູ່ເວເນຊູເອລາ.
ຄະນະຜູ້ແທນຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ເປັນຫົວໜ້າຄະນະເຂົ້າຮ່ວມ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ໄດ້ຍົກອອກຂໍ້ສະເໜີຂອງຫວຽດນາມ ກ່ຽວກັບທິດທາງໃນອະນາຄົດຂອງ NAM. ນັ້ນແມ່ນຂະບວນການບໍ່ຮ່ວມກຸ່ມຄວນສືບຕໍ່ເສີມຂະຫຍາຍບົດບາດນຳໜ້າໃນການຊຸກຍູ້ການປະຕິບັດຕາມກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ.
        ເມື່ອເຕື້ອງເຖິງບັນຫາຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ສະພາບການຢູ່ທະເລຕາເວັນອອກ, ທ່ານເອກອັກຄະລັດຖະທູດຮຽກຮ້ອງໃຫ້ບັນດາປະເທດຈົ່ງລະງັບໃຈ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ລວມທັງບັນດາການເຄື່ອນໄຫວພຽງລຳພັງຝ່າຍດຽວ ແລະ ຫັນເປັນການທະຫານຢູ່ທະເລຕາເວັນອອກ.
        ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການການເມືອງ Caracas, ຖະແຫຼງການການເມືອງຂອງຄະນະກຳມະການຂັ້ນລັດຖະມົນຕີບໍ່ຮ່ວມກຸ່ມ ກ່ຽວກັບປາແລັດສະຕິນ ແລະ ເອກະສານສຸດທ້າຍຂອງກອງປະຊຸມ.
 (ແຫຼ່ງຄັດຈາກ VOV)
 

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ຮູ້​ວ່າ​ຂັ້ນ​ມີ​ສິດ​ອຳ​ນາດ​ໄດ້​ເຫັນ​ດີ​ຕໍ່​ແຜນ​ນະ​ໂຍ​ບາຍ​ຈັດ​ກອ​ງ​ປະ​ຊຸມ​ວິ​ສາ​ມັນ​ໃນ​ເດືອນ ສິງ​ຫາ 2026.

Top