• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມສ້າງເຄື່ອງໝາຍການຄ້າ ກາເຟ ເອກະລັກ

      ວັນທີ 9 ທັນວາ, ຢູ່ນະຄອນ ບວນມາທວັດ, ສະຖາບັນວາງແຜນຜັງ ແລະ ອອກແບບດ້ານກະສິກຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ສົມທົບກັບ ຄະນະຄຸ້ມຄອງໂຄງການຫັນປ່ຽນກະສິກຳ ແບບຍືນຍົງ ຫວຽດນາມ (VnSAT) ຈັດກອງປະຊຸມສຳມະນາສ້າງແຜນຮ່າງພັດທະນາກາເຟ ເອກະລັກ ຫວຽດນາມ.

ກອງປະຊຸມສຳມະນາສ້າງແຜນຮ່າງພັດທະນາກາເຟ ເອກະລັກ ຫວຽດນາມ
      ແຜນຮ່າງພັດທະນາ ກາເຟເອກະລັກ ຫວຽດນາມ ໄດ້ຜັນຂະຫຍາຍມາແຕ່ປີ 2018 ແລະ ໄດ້ ທົດລອງຢູ່ 8 ແຂວງ ແມ່ນ ດ້ຽນບຽນ, ເຊີນລາ, ກ໋ວາງຈິ, ກອນຕຸມ, ຢາລາຍ, ດັກລັກ, ດັກນົງ ແລະ ເລິມດົ່ງ. ແຜນຮ່າງແມ່ນເພື່ອແນໃສ່ຫັນທິດທາງການພັດທະນາກາເຟເອກະລັກຫວຽດນາມໃຫ້ເປັນລະອຽດຮອດປີ 2030 ດ້ວຍເປົ້າໝາຍຢັ້ງຢືນຄຸນນະພາບເຄື່ອງໝາຍການຄ້າ ກາເຟຫວຽດນາມ ເວົ້າລວມ ແລະ ເພີ່ມລາຍຮັບໃຫ້ແກ່ຜູ້ເຂົ້າຮ່ວມລະບົບມູນຄ່າ ກາເຟ ເວົ້າສະເພາະ. ທີ່ກອງປະຊຸມສຳມະນາ, ທ່ານ ຈິ່ງດຶກມິງ, ປະທານສະຫະສະມາຄົມກາເຟ ໃຫ້ຮູ້ວ່າ:
        ການພັດທະນາ ກາເຟ Robusta ຕ້ອງເອົາໃຈໃສ່ເຖິງຕະຫຼາດພາຍໃນປະເທດ. ຍ້ອນວ່າຕະຫຼາດພາຍໃນປະເທດຈະຊ່ວຍໃຫ້ກາເຟຊະນິດອື່ນໆ ມີການເຕີບໂຕໄປຕາມ. ເມື່ອເຂົາເຈົ້າ ເຂົ້າໃຈໄດ້ວ່ານີ້ແມ່ນ ກາເຟແຊບ, ນີ້ແມ່ນກາເຟເອກະລັກ, ການບໍລິໂພກເພີ່ມຂຶ້ນ ຊື່ສຽງຂອງກາເຟຫວຽດນາມກໍ່ເພີ່ມຂຶ້ນ. ຕະຫຼາດກາເຟເອກະລັກທີ່ຈັດຕັ້ງລະບົບສະໜອງຈະມີຈຸດແຕກຕ່າງກັບກາເຟການຄ້າທຳມະດາ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top